VOV WorldVOV World
ຜະ​ລິດ​ຕະ​ພັນກະ​ເສດ​ຂອງ​ແຂວງ ​ເຊີນ​ລາ​​ ກ້າວ​ໄປ​ໄກ​, ຮັບ​ທ່າ​ໄດ້​ປຽບ​ຈາກ​ສັນ​ຍາ EVFTA
31/07/2020 10:00
(VOVWORLD) -ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ມີຜົນສັກສິດນັບແຕ່ວັນທີ 1 ສິງຫາ ຜ່ານມາ. ນີ້ແມ່ນກາລະໂອກາດໃຫຍ່ສຳລັບຂະແຫນງກະສິກຳ ແຂວງ ເຊີນລາ ເມື່ອມີຜະລິດຕະພັນກະເສດຫລາຍປະເພດຂອງແຂວງຄື: ຊາ, ກາເຟ, ໝາກມັງກອນ, ໝາກມ່ວງ, ໝາກລຳໄຍ.. ໄດ້ຮັບຄວາມນິຍົມ ແລະ ບັນລຸໄດ້ບັນດາໃບຢັ້ງຢືນແມ່ນຜະລິດຕະພັນປອດສານພິດຈາກ ເອີລົບ. ໃນໄລຍະມໍ່ໆມານີ້ ແຂວງ ເຊີນລາ ກໍ່ໄດ້ສົ່ງບັນດາປະເພດໝາກໄມ້ເຫລົ່ານີ້ເປັນຈຳນວນຫລາຍໄປຍັງ 12 ປະເທດໃນໂລກ.
ປະຈຸບັນ ມີຜະລິດຕະພັນກະເສດຫລາຍປະເພດຢູ່ແຂວງ ເຊີນລາ ພວມຍາດແຍ່ງກາລະໂອກາດນີ້ເພື່ອຊອກຫາທິດທາງສຳຜັດກັບຕະຫລາດຂອງ 27 ປະເທດໃນ ອີຢູ ພາຍຫລັງຕອບສະຫນອງໄດ້ບັນດາມາດຕະຖານເຄັ່ງຄັດກ່ຽວກັບການແຈ້ງຕົ້ນກຳເນີດ ແລະ ຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ. ຕາມນັ້ນແລ້ວ, ແຂວງ ເຊີນລາ ຕ້ອງມີບັນດາບາດກ້າວເຂັ້ມແຂງກວ່າ, ວ່ອງໄວກວ່າ ແລະ ບຸກທະລຸ ຈຶ່ງມີກຳລັງແຮງພຽງພໍເພື່ອແກ້ງແຍ້ງ. ໃນໄລຍະສອງສາມປີມານີ້ ບັນດາສະມາຊິກໃນສະຫະກອນ ຮ່ວາງຕວນ ເມືອງ ຊົງໝ໋າ ແຂວງ ເຊີນລາ  ໄດ້ປະຕິບັດວຽກງານບົວລະບັດຕົ້ນໄມ້ກິນໝາກໃນທຸກມື້ ຕາມຄວາມຮຽກຮ້ອງຕ້ອງການຂອງໃບຢັ້ງຢືນບັນລຸມາດຖານຜະລິດຕະພັນປອດສານພິດ.  
TAG
VOV/VOVworld/EVFTA/ຜະ​ລິດ​ຕະ​ພັນ​ກະ​ເສດ​/ເຊີນ​ລາ/ຕົ້ນໄມ້ກິນໝາກປອດສານພິດ

More