ອາເມລິກາ ແລະ ຍີ່ປຸ່ນ ເຫັນດີເປັນເອກະພາບກ່ຽວກັບຂໍ້ຕົກລົງການຄ້າ
26/08/2019 09:14
(VOVWORLD) - ວັນທີ 25 ສິງຫາ, ກ່າວຄຳເຫັນຢູ່ນອກກອງປະຊຸມສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ຢູ່ ຝຣັ່ງ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢືນຢັນວ່າ ອາເມລິກາ ແລະ ຍີ່ປຸ່ນ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາປັດໄຈຫຼັກແຫຼ່ງທີ່ກ່ຽວຂ້ອງເຖິງການແລກປ່ຽນຜະລິດຕະພັນກະເສດ ແລະ ສິນຄ້າອຸດສາຫະກຳ.

ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ເຫັນດີວ່າ: ຍີ່ປຸ່ນ ຈະຊື້ສາລີຂອງ ອາເມລິກາ ຕື່ມອີກ. ແຕ່ໃນນັ້ນ, ອັດຕາພາສີລົດໂອໂຕຈະບໍ່ປ່ຽນແປງໃນຂໍ້ຕົກລົງສຸດທ້າຍ.
TAG
VOV/VOVworld/ອາເມລິກາ/ຍີ່ປຸ່ນ/ຂໍ້ຕົກລົງການຄ້າ
Related
More





