VOV WorldVOV World
ກວດພົບຖ້ຳໃໝ່ 26 ຖ້ຳຢູ່ປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ
25/04/2026 05:03
[VOVWORLD] - ການສຳຫຼວດໂດຍມີການເຂົ້າຮ່ວມຂອງທິມງານສຳຫຼວດຖ້ຳຂອງ ອັງກິດ ແລະ ຊາວທ້ອງຖິ່ນ.
ກວດພົບຖ້ຳໃໝ່ 26 ຖ້ຳຢູ່ປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ
1_25-4_am_sang_phong_nha_anh_5.jpg ຄະນະໄດ້ສຳຫຼວດທັງໝົດ 29 ຖ້ຳ, ໃນນັ້ນມີຖ້ຳໃໝ່ 26 ຖ້ຳ (ພາບ: ຄະ​ນະ​​ສຳ​ຫຼວດ) ຕອນ​ບ່າຍ​ວັນ​ທີ 24 ເມ​ສາ, ຄະ​ນະ​ຄຸ​້​ມ​ຄອງ​ເຂດ​ປ່າ​ສະ​ຫງວນແຫ່ງຊາດ ຟອງ​ຍາ - ແກ​ບາງ ໄດ້​ປະ​ກາດ​ໝາກ​ຜົນ​ການ​ສຳ​ຫຼວດ​ຖ້ຳ​ປີ 2026, ພົບ​ເຫັນ​ຫຼາຍ​ສິ່ງ​ໃໝ່​ທີ່​ມີ​ຄຸນ​ຄ່າ​ດ້ານ​ວິ​ທະ​ຍາ​ສາດ ແລະ ເປີດ​ອອກ​ຄວາມ​ສາມດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ. ການ​ສຳ​ຫຼວດໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​​ທິມ​ງານ​ສຳ​ຫຼວດ​ຖ້ຳຂອງ ອັງ​ກິດ ແລະ ​ຊາວ​ທ້ອງ​ຖິ່ນ. ການ​ເຄື່ອນ​ໄຫວ​ໄດ້​ຜັນ​ຂະ​ຫຍາຍ​ຢູ່​ຫຼາຍ​ເຂດ, ຄື: ຕາ​ແສງ ຟອງ​ຍາ, ເທື້ອງ​ແຈັກ, ກິມ​ຝ​ູ… ຄະ​ນະ​ໄດ້​ສຳ​ຫຼວດ​​ທັງ​ໝົດ 29 ຖ້ຳ, ໃນ​ນັ້ນ​ມ​ີ​ຖ້ຳ​ໃໝ່ 26 ຖ້ຳ. ມີ​ຫຼາຍຖ້ຳທີ່​ມີ​ຂອ​ບ​ຂະ​ໜາດ​ໃຫຍ່, ມີ​ຄຸນ​ຄ່າ​ດ້ານ​ວິ​ທະ​ຍາ​ສາດ​ສູງ​ ໄດ້​ຮັບ​ການ​ຮັບ​ຮູ້. ທ່ານ ຟ້າມ​ຮົ່ງຖາຍ, ຫົວ​ໜ້າ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ - ແກ​ບາງ, ໃຫ້​ຮູ້​ວ່າ: “ວຽກ​ງານ​ສຳ​ຫຼວດ, ຄົ້ນ​ຄວ້າ​ລະ​ບົບ​ຖ້ຳ​ໃນ​ບໍ​ລິ​ເວນ​ແຂວງ​ບັນ​ລຸ​ໄດ້​ໝາ​ກ​ຜົນ​ສຳ​ຄັນ​ຫຼາຍ​ຢ່າງ, ເປີດ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ. ມາ​ຮອດ​ປະ​ຈຸ​ບັນ ສາມາດ​ຢັ້ງ​ຢືນ​ໄດ້​ຖ້້ຳ​ຫຼັກ 7 ຖ້ຳ, ດ້ວຍ​ການ​ສຳ​ຫຼ​ວດ​ຄວາມ​ຍາວ​ທັງໝົດກວ່າ 254 ກມ, ນຳ​ເຂດນີ້​ໃຫ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ເຂດ​ທີ່ມີ​ລະ​ບົບ​ຖ້​ຳ​ອຸ​ດົມ​ສົມ​ບູນ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ໃນ​ໂລກ”.
TAG
VOV/VOVWORLD/ອະ​ນຸ​ລັກ​ຮັກ​ສາ/ພັດ​ທະ​ນາ​/ທ່ອງ​ທ່ຽວ

More