VOV WorldVOV World
ອາເມລິກາ ຍັງບໍ່ທັນອຸ່ນອຽນໃຈກ່ຽວກັບ IS ພາຍຫລັງດັບສູນຫົວໂປ່ IS Abu Bakr Al Baghdadi
28/10/2019 08:54
(VOVWORLD) - ວັນທີ 27 ຕຸລາ, ທ່ານອະດີດຫົວໜ້າອົງການສືບລາຊະການລັບແຫ່ງຊາດ ອາເມລິກາ James Clapper ກ່າວເຕືອນວ່າ ອາເມລິກາ ບໍ່ອາດ “ຢຸດຕິຄວາມກັງວົນກ່ຽວກັບອົງການກໍ່ການຮ້າຍລັດອິດສະລາມ (IS)” ພາຍຫລັງຫົວໂປ່ IS Abu Bakr Al Baghdadi ຖືກ ວໍຊິງຕັນ ດັບສູນ.
ອາເມລິກາ ຍັງບໍ່ທັນອຸ່ນອຽນໃຈກ່ຽວກັບ IS ພາຍຫລັງດັບສູນຫົວໂປ່ IS Abu Bakr Al Baghdadi
ຫົວໂປ່ IS Abu Bakr Al Baghdadi (ພາບ:  AFP/TTXVN)         ກ່າວຄຳເຫັນຜ່ານຊ່ອງໂທລະພາບ CNN, ທ່ານ  James Clapper ຢືນຢັນວ່າ: ເລື່ອງ Abu Bakr Al Baghdadi ຖືກດັບສູນແມ່ນມີຄວາມໝາຍເປັນສັນຍາລັກຢ່າງໃຫຍ່ຫລວງ, ແຕ່ຈະບໍ່ຊ່ວຍໃຫ້ການຄົງຕົວຂອງ IS ຢຸດຕິລົງຍ້ອນກຸ່ມກໍ່ການຮ້າຍນີ້ ໄດ້ກະກຽມການເລືອກເອົາຜູ້ອື່ນ ເພື່ອຮັບບົດບາດແທນໃຫ້ Abu Bakr Al Baghdadi. ທ່ານ James Clapper ກໍ່ຖືວ່າ: ອາເມລິກາ ຄວນຮັກສາກອງທັບຢູ່ພາກພື້ນ ແນໃສ່ຮັບປະກັນວ່າ IS ຈະບໍ່ຖືກປຸກປັ່ນຍຸແຫຍ່ ເພື່ອມີການກະທຳພາຍຫລັງ Al Baghdadi ຖືກດັບສູນ.         ກ່ອນໜ້ານັ້ນ, ໃນບົດກ່າວປາໄສຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢັ້ງຢືນວ່າ ຫົວໂປ່ IS Abu Bakr Al Baghdadi ຖືກດັບສູນໃນການບຸກໂຈມຕີຂອງກອງທັບ ອາເມລິກາ ແນໃສ່ແຂວງ Idlib ຢູ່ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ.
TAG
VOV/VOVworld/ອາເມລິກາ/ອຸ່ນອຽນໃຈ/IS/ຫົວໂປ່

More