ສວນສີຂຽວຂອງອ້າຍທະຫານຢູ່ເຂດທະເລ
18/04/2026 09:18
[VOVWORLD] - ເຖິງວ່າເກາະແຫ່ງນີ້ຢູ່ຫ່າງຈາກເຂດດິນຕໍ່ແຜ່ນພຽງແຕ່ 20 ກມ ເທົ່ານັ້ນ, ແຕ່ແຫຼ່ງຜັກສົດທັງໝົດກໍ່ບໍ່ສາມາດລໍຖ້າຈາກບັນດາຖ້ຽວເຮືອຈາກເຂດດິນຕໍ່ແຜ່ນໄດ້.

11.4--PST7--Anh 1_0.jpg (ເຂດສວນນ້ອຍໆນັ້ນໄດ້ສະໜອງຜັກໃຫ້ຄາບເຂົ້າຂອງພະນັກງານ, ນັກຮົບປ້ອມຣາດາ 625) ບັນດາໜານຜັກ, ສວນຢາສະໜຸນໄພຂອງບັນດານພະນັກງານ, ນັກຮົບຢູ່ເຂດເກາະ ຮ່ອນດົກ ເບິ່ງຄືວ່າແມ່ນພຽງຮູບພາບທີ່ລຽບງ່າຍໃນຊີວິດປະຈຳວັນ. ແຕ່, ບັນດາເຂດສວນສີຂຽວອັນນ້ອຍໆນັ້ນບໍ່ພຽງແຕ່ປະກອບສ່ວນເບິ່ງແຍງດູແລສຸຂະພາບ, ປົວແປງການກິນເທົ່ານັ້ນ ຫາກຍັງຊ່ວຍຍົກສູງຊີວິດທາງດ້ານຈິດໃຈຂອງອ້າຍທະຫານອີກດ້ວຍ. ຮ່ອນດົກ ແມ່ນເກາະໃຫຍ່ທີ່ສຸດໃນຈຳນວນ 16 ເກາະທີ່ນອນຢູ່ໃນໝູ່ເກາະ ຫາຍຕັກ, ຂຶ້ນກັບຕາແສງ ຕຽນຫາຍ, ແຂວງ ອານຢາງ. ເກາະ ຮ່ອນດົກ ຕັ້ງຢູ່ໃກ້ກັບເສັ້ນຊາຍແດນທາງທະເລລະຫວ່າງ ຫວຽດນາມ ແລະ ກຳປູເຈຍ, ເຊິ່ງແມ່ນແຫ່ງທີ່ມີເສັ້ນທາງຄົມມະນາຄົມສຳຄັນຂອງ 2 ປະເທດ. ໂດຍຕັ້ງທັບສະເພາະຢູ່ຍອດໂນນພູສູງຂອງເກາະແມ່ນປ້ອມຣາດາ 625, ກອງພັນໃຫຍ່ 551, ກອງບັນາຊາການທະຫານເຮືອເຂດ 5. ນັບແຕ່ມາປະຕິບັດງານຢູ່ເຂດເກາະ ຮ່ອນດົກ, ນັກຮົບ ມາຍວັນຈຽນ, ກຳເນີດ ແລະ ເຕີບໃຫຍ່ຢູ່ນະຄອນ ໂຮ່ຈີມິນ, ຄ່ອຍໆກາຍເປັນຜູ້ເຮັດສວນຢ່າງຊຳນິຊຳນານ. ກໍ່ຄືກັນກັບເພື່ອນຮ່ວມກົມກອມຂອງຕົນ, ອ້າຍກໍ່ມີຄວາມເຂົ້າໃຈລັກສະນະພິເສດ ແລະ ວິທີບົວລະບັດຜັກແຕ່ລະຊະນິດ. ເຖິງວ່າເກາະແຫ່ງນີ້ຢູ່ຫ່າງຈາກເຂດດິນຕໍ່ແຜ່ນພຽງແຕ່ 20 ກມ ເທົ່ານັ້ນ, ແຕ່ແຫຼ່ງຜັກສົດທັງໝົດກໍ່ບໍ່ສາມາດລໍຖ້າຈາກບັນດາຖ້ຽວເຮືອຈາກເຂດດິນຕໍ່ແຜ່ນໄດ້. ຈາກສະພາບຕົວຈິງນັ້ນ, ພະນັກງານ, ນັກຮົບປ້ອມຣາດາ 625 ໄດ້ເຮັດສວນເພີ່ມອີກ. ແຕ່ລະມື້, ເຂດສວນນ້ອຍໆນັ້ນໄດ້ສະໜອງຜັກໃຫ້ຄາບເຂົ້າຂອງພະນັກງານ, ນັກຮົບປ້ອມຣາດາ 625. “ຕາມປົກກະຕິ, ພາຍຫຼັງ 1 ຊົ່ວໂມງເຮັດວຽກ ຈະມີ 1 ຊົ່ວໂມງເຂົ້າຮ່ວມການຜະລິດ ແລະ ອອກກຳລັງກາຍ. ຜັກຂຽວສົດຍາມໃດກໍ່ມີ ສະນັ້ນ ກົມກອງກໍ່ບໍ່ໄດ້ຂາດຜັກ ແລະ ຍັງໄດ້ຮັບປະກັນຫຼັກອະນາໄມນຳອີກ. ນອກຈາກປູກຜັກແລ້ວ, ກົມກອງກໍ່ຍັງປູກຕົ້ນໄມ້ກິນໝາກ, ລ້ຽງໝູ, ລ້ຽງເປັດ, ລ້ຽງໄກ່ອີກດ້ວຍ”. ຖ້າກ່ອນນີ້, ບັນດານັກຮົບຕ້ອງໄປຫາບນ້ຳແຕ່ລະຖັງເພື່ອຫົດນ້ຳໃຫ້ຜັກ, ປະຈຸບັນ ພຽງແຕ່ກົດປຸ່ມກົງຕັກໄຟຟ້າ, ນ້ຳກໍ່ໄດ້ມາຮອດທົ່ວສວນເລີຍ. ໃນລະດູແລ້ງ, ແຫຼ່ງນ້ຳຈືດຢູ່ເຂດເກາະແມ່ນບໍ່ມີຫຼາຍ. ຕໍ່ກັບສະພາບການນັ້ນ, ທ່ານຮ້ອຍເອກ ເລດຶກແອັງ, ຫົວໜ້າປ້ອມຣາດາ 625 ໄດ້ຄົ້ນຄວ້າ, ອອກແບບຫົດນ້ຳໃຫ້ເໝາະສົມກັບສະພາບຕົວຈິງ. “ຂ້າພະເຈົ້າພ້ອມກັບບັນດາເພື່ອນຮ່ວມກົມກອງໄດ້ສ້າງລະບົບສີດໝອກນ້ຳໃຫ້ຄ້າງຮ້ານປູກຜັກ. ຂ້າພະເຈົ້າຄົ້ນຄວ້າຮູບແບບ, ວິທີການໃນເວັບໄຊຕ່າງໆ ເພື່ອຈະໄດ້ມີຮູບແບບທີ່ເໝາະສົມທີ່ສຸດສຳລັບກົມກອງ ແລະ ຈາກນັ້ນ ກໍ່ຜັນຂະຫຍາຍສຳເລັດຮູບແບບຫົດນ້ຳດ້ວຍລະບົບສີດໝອກນ້ຳ. ເຖິງວ່າຈະແມ່ນລະດູແລ້ງ ຫຼື ລະດູຝົນ ກໍ່ຍັງມີນ້ຳຢ່າງພຽງພໍເພື່ອຮັບໃຊ້ການຜະລິດຜັກໃຫ້ແກ່ກົມກອງ”. 11.4-pst7-anh_4.jpg (ສວນຢາພື້ນເມືອງຂອງສຸກສາລາ 625) ຖ້າບັນດາໜານຜັກສີຂຽວໄດ້ປະກອບສ່ວນເຮັດໃຫ້ຄາບເຂົ້າອຸດົມສົມບູນຂຶ້ນຕື່ມນັ້ນ, ສວນຢາພື້ນເມືອງພັດສາມາດຮັກສາ ສຸຂະພາບໃຫ້ແກ່ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດເກາະຢ່າງມິດງຽບ. ໂດຍໄດ້ປະຕິບັດງານຢູ່ເຂດເກາະເປັນເວລາເກືອບ 20 ປີ, ທ່ານພັນຕີ, ແພດຊັ້ນກາງ ຫງວຽນວັນມ້ວນ ໄດ້ກາຍເປັນບ່ອນອີງທີ່ລື້ງເຄີຍຂອງທະຫານ ແລະ ພໍ່ແມ່ປະຊາຊົນເມື່ອເຈັບເປັນ. ພ້ອມກັບຢາຫຼວງ, ອ້າຍຍັງນຳໃຊ້ບັນດາຢາພື້ນເມືອງໂດຍຕົນເອງປູກບົວລະບັດໃນແຕ່ລະວັນນັ້ນ ເພື່ອໜູນຊ່ວຍການປິ່ນປົວ. ທ່ານພັນຕີ, ແພດຊັ້ນກາງ ຫງວຽນວັນມ້ວນ ໃຫ້ຮູ້ວ່າ: “ສວນຢາພື້ນເມືອງຂອງສຸກສາລາ 625 ໄດ້ແບ່ງເປັນ 8 ໝວດເພື່ອປິ່ນປົວ, ລວມມີ: ໝວດຢາປິ່ນປົວງູຕອດ, ພະຍາດຜິວໜັງ, ພະຍາດລະບົບຫາຍໃຈ, ລະບົບຍ່ອຍອາຫານ ແລະ ພະຍາດອື່ນອີກຈຳນວນໜຶ່ງ. ສວນຢາພື້ນເມືອງໄດ້ປູກຕົ້ນຢາ55 – 60 ຕົ້ນເພື່ອຮັບໃຊ້ໃຫ້ແກ່ກົມກອງ ແລະ ປະຊາຊົນ”. ແຕ່ລະມື້, ບັນດາໜານຜັກສີຂຽວ ແລະ ສວນຢາພື້ນເມືອງຍັງເຕີບໂຫຍ່ຢ່າງສະໝ່ຳສະເໝີ. ໜານຜັກ, ຢາພື້ນເມືອງແຕ່ລະໜານນັ້ນ ບໍ່ພຽງແຕ່ແມ່ນຜົນງານຂອງການອອກແຮງງານເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຈິດໃຈປະດິດຄິດສ້າງຂອງທະຫານ, ຮູ້ວິທີນ້ຳໃຊ້ແຫຼ່ງກຳລັງເພື່ອຍົກສູງຊີວິດການເປັນຢູ່ ແລະ ສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນຢູ່ເຂດເກາະທີ່ຫ່າງໄກອີກດ້ວຍ.
TAG
VOV/VOVWORLD/ຖ້ຽວເຮືອ/ດິນຕໍ່ແຜ່ນ/ຮູບແບບ/ເໝາະສົມ
Related
More








