(ພາບ:VOV)
ໃນຊຸມປີຜ່ານມາ, ດ້ວຍການເຂົ້າຮ່ວມຂອງທົ່ວລະບົບການເມືອງ ແລະ ປະຊາຄົມ ວິສາຫະກິດ, ວຽກງານຫລຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນຊີວິດສັງຄົມ ໃນບໍລິເວນນະຄອນຫຼວງ ບັນລຸໄດ້ບັນດາໝາກຜົນແທດຈິງ. ປະຈຸບັນ, ນະຄອນ ຮ່າໂນ້ຍ ບໍ່ມີຄອບຄົວທຸກຍາກຕາມມາດຖານທຸກຍາກຫຼາຍສົ້ນຂອງສູນກາງ. ຈາກບັນດາແຫຼ່ງກຳລັງທີ່ລະດົມໄດ້, ກອງທຶນເພື່ອຄົນທຸກຍາກໄດ້ໜູນຊ່ວຍກໍ່ສ້າງເຮືອນແຫ່ງມະຫາສາມັກຄີ 1.325 ຫຼັງ, ມອບບັນດາພາຫະນະຄອງຊີບ, ໜູນຊ່ວຍການກວດ ປິ່ນປົວພະຍາດ, ມອບທຶນການສຶກສາ ແລະ ຂອງຂວັນນັບໝື່ນພູດໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ. ພິເສດ, ວຽກງານເບິ່ງແຍງດູແລໃຫ້ແກ່ການສຶກສາດ້ວຍການໜູນຊ່ວຍການສຶກ ສາໃຫ້ນັກຮຽນກວ່າ 3.000 ເທື່ອຄົນ, ໄດ້ຊ່ວຍໃຫ້ພວກນ້ອງນັກຮຽນທຸກຍາກມີເງື່ອນໄຂໄປໂຮງຮຽນ. ທ່ານນາງ ບຸ່ຍທິຮ່ວຽນມາຍ, ປະທານ ແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ, ຢັ້ງຢືນວ່າ:
“ລາຍການຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ ແລະ ຮັບປະກັນຊີວິດສັງຄົມ ປີ 2026” ຈະສືບຕໍ່ໄດ້ແຜ່ຂະຫຍາຍບັນດາການກະທຳອັນສູງສົ່ງ, ນຳມາຫຼາຍໂອກາດ, ຄວາມເຊື່ອໝັ້ນ ແລະ ຄວາມຫວັງໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ. ຂ້າພະເຈົ້າຫວັງວ່າ, ຈາກລາຍການມື້ນີ້, ບັນດາຜູ້ມີໃຈບຸນໃຈກຸສົນຈະສືບຕໍ່ໄດ້ເຊື່ອມຕໍ່, ບັນດາການກະທຳທີ່ດີຈະນັບມື້ນັບທະວີຄຸນ, ເພື່ອໃຫ້ຊາວນະຄອນຫຼວງ ແຕ່ລະຄົນລ້ວນແຕ່ມີໂອກາດບື່ນຕົວ, ຮ່ວມແຮງຮ່ວມໃຈສ້າງນະຄອນຫຼວງ ຮ່າໂນ້ຍ ໃຫ້ນັບມື້ນັບອະລິຍາທຳ, ສີວິໄລ, ທັນສະໄໝ ແລະ ມີຄວາມສຸກ”.






