ພ້ອມກັນນັ້ນ ກໍ່ຍູ້ແຮງບັນດາໂຄງການເຊື່ອມຕໍ່ ແລະ ພັດທະນາຢູ່ເຂດຊາຍແດນ, ມຸ່ງໄປເຖິງການສ້າງສະພາບແວດລ້ອມໃຫ້ມີສະຖຽນລະພາບຢ່າງຍາວນານ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຂອງສອງປະເທດ.
ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນຂອບເຂດການຢ້ຽມຢາມເຮັດວຽກຢູ່ ໄທ ຂອງທ່ານ Mohamad Hasan, ລັດຖະມົນຕີການຕ່າງປະເທດ ມາເລເຊຍ (ແຕ່ວັນທີ 27-28 ຕຸລາ), ທ່ານ ສີຫາສັກ ພວງເກດແກ້ວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄທ ໃຫ້ຮູ້ວ່າ ສອງຝ່າຍໄດ້ສຸມໃສ່ປຶກສາຫາລືສີ່ຂົງເຂດຫຼັກ, ຄື: ການສ້າງເຂດຊາຍແດນປອດໄພ, ສັນຕິພາບ; ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ; ເພີ່ມທະວີດ້ານການຄ້າ, ການລົງທຶນ ແລະ ການພົບປະແລກປ່ຽນປະຊາຊົນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນລາດຕະເວນຊາຍແດນຮ່ວມ ແລະ ປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດ ແລະ ອາດຊະຍາກຳທາງໄຊເບີ.






