(ພາບປະກອບ: Reuters)
ຄະນະກຳມະການເລືອກຕັ້ງສູນກາງ ອິດສະຣາແອັນ ໄດ້ຮັບຮູ້ວ່າ ອັດຕາສ່ວນຈຳນວນຜູ້ມີສິດເລືອກຕັ້ງທີ່ເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດຊຸດທີ 26 ບັນລຸເກືອບ 78% ໄລ່ຮອດເວລາບັນດາສະຖານທີ່ປ່ອນບັດໄດ້ປິດລົງໃນເວລາ 22 ໂມງວັນທີ 27 ຕຸລາ (ຕາມເວລາທ້ອງຖິ່ນ), ໂດຍມີປະຊາຊົນເກືອບ 5.700.000 ຄົນໄດ້ປະຕິບັດສິດເລືອກຕັ້ງຂອງຕົນ. ນີ້ແມ່ນອັດຕາສ່ວນສູງສຸດໄລ່ມາຮອດຈຸດເວລາສິ້ນສຸດການປ່ອນບັດໃນໄລຍະເວລາປະມານ 25 ປີຜ່ານມາ.
ອີງຕາມບັນດາຕົວເລກອັບເດດໂດຍບັນດາສະຖານີໂທລະພາບໃຫຍ່ຂອງ ອິດສະຣາແອັນ ປະກາດພາຍຫຼັງລະບົບປ່ອນບັດປິດລົງ, ກຸ່ມບັນດາພັກຝ່າຍຄ້ານກັບທ່ານນາຍົກລັດຖະມົນຕີ Benjamin Netanyahu ຄາດວ່າຈະຍາດໄດ້ປະມານ 52 ທີ່ນັ່ງໃນສະພາແຫ່ງຊາດ, ລວມມີສະມາຊິກ 120 ຄົນ, ໃນຂະນະທີ່ກຸ່ມສະໜັບສະໜູນນາຍົກລັດຖະມົນຕີ ຍາດໄດ້ປະມານ 50 ທີ່ນັ່ງ.






