ວັນທີ 30 ຕຸລາ, ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກຸ່ມບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາ​ກໍ​ພົ້ນ​ເດັ່ນ​ແຖວ​ໜ້າ​ໂລກ (G20) ​ໄດ້​ໄຂຂຶ້ນ​ຢູ່​ນະ​ຄອນ Atlanta, ລັດ Georgia, ອາເມລິກາ. ທ່ານ Marco Rubio ​ລັດ​ຖະ​ມົນ​ຕີ​ກະ​ຊວງການຕ່າງປະເທດ ອາ​ເມ​ລິ​ກາ ໄດ້ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການ​ຮ່ວມ​ມື ເພື່ອຊຸກ​ຍູ້​ຄວາມສະຖຽນລະພາບ​ດ້ານພູສາດການເມືອງ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ດ້ານເສດຖະກິດ, ໃນ​ສະ​ພາບ​ທີ່​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນລະຫວ່າງ ລັດເຊຍ ແລະ ຢູ​ແກຼນ ສືບຕໍ່ແບ່ງແຍກບັນ​ດາສະມາຊິກ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Marco Rubio ໃຫ້​ຂໍ​ສັງ​ເກດ​ວ່າ ໂລກ​ພວມ​ຢືນຢູ່​ຈຸດເວລາ​ບາດ​ລ້ຽວ, ບໍ່ພຽງແຕ່ສຳລັບ ອາ​ເມ​ລິ​ກາ ເທົ່ານັ້ນ ຫາກຍັງສຳລັບທົ່ວໂລກ​ອີກ​ດ້ວຍ. ​ທ່ານກໍ່​ກ່າວເຕືອນ​ເປັນ​ພິ​ເສດຕໍ່ບັນ​ດາ​ການ​ຂາດ​ວັກ​ຂາດ​ຕອນໃໝ່​ສຳ​ລັບ​ແຫຼ່ງສະໜອງພະລັງງານ, ຕະຫຼາດອາຫານ, ລະບົບສະໜອງ, ການຄ້າ ແລະ ​ຄວາມເສລີໃນການເດີນເຮືອ. ທ່ານເນັ້ນໜັກວ່າ ບັນດາປະເທດ G20 ຕ້ອງຮ່ວມມືກັນເພື່ອ​ຮັບ​ມື​ກັບ​ບັນ​ດາສິ່ງທ້າທາຍ​ດັ່ງ​ກ່າວ, ເພີ່ມ​ທະ​ວີ​ຄວາມ​ຕ້ານ​ທານ​ຂອງ​ພື້ນ​ຖານເສດຖະກິດ.