VOV WorldVOV World
ໄຂວັນບຸນ “ ຊາວໜຸ່ມກັບວັດທະນະທຳຄົມມະນາຄົມ ”
06/01/2013 14:32
ຕອນ​ເຊົ້າ​ວັນ​ທີ 6/1, ຄະນະ​ກຳມະການ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຄົມ​ມະນາ​ຄົມ​ແຫ່ງ​ຊາດ ​ໄດ້​ສົມທົບ​ກັບ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ຄະນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ຈັດ​ພິທີ​ໄຂ​ວັນ​ບຸນ “ ຊາວ​ໜຸ່ມ​ກັບ​ວັດ​ທະນະ​ທຳ​ຄົມມະນາຄົມ ”
ໄຂວັນບຸນ “ ຊາວໜຸ່ມກັບວັດທະນະທຳຄົມມະນາຄົມ ”
ທ່ານລັດຖະມົນຕີກະຊວງຄົມມະນາຄົມ-ຂົນສົ່ງ ຫວຽດນາມ ດິງລາ​ທັງ ກ່າວຄຳເຫັນທີ່ພິທີ​ໄຂ​ວັນ​ບຸນ“ຊາວ​ໜຸ່ມ​ກັບ​ວັດ​ທະນະ​ທຳ​ຄົມມະນາຄົມ” (ພາບ : baogiaothong) Vovworld- ຕອນ​ເຊົ້າ​ວັນ​ທີ 6/1, ຄະນະ​ກຳມະການ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຄົມ​ມະນາ​ຄົມ​ແຫ່ງ​ຊາດ ​ໄດ້​ສົມທົບ​ກັບ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ຄະນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ຈັດ​ພິທີ​ໄຂ​ວັນ​ບຸນ “ ຊາວ​ໜຸ່ມ​ກັບ​ວັດ​ທະນະ​ທຳ​ຄົມມະນາຄົມ ”.  ທີ່​ພິທີ​ໄຂ, ທ່ານລັດຖະມົນຕີກະຊວງຄົມມະນາຄົມ-ຂົນສົ່ງ ຫວຽດນາມ ດິງລາ​ທັງ ​ໄດ້​ເນັ້ນ​ໜັກ​ວ່າ ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ​ບໍ່​ພຽງ​ແຕ່​ກໍ່​ຄວາມ​ບາດ​ເຈັບ​ລົ້ມ​ຕາຍ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ, ກໍ່​ຜົນ​ຮ້າຍ​ຢ້ອນ​ຫຼັງ​ອັນ​ໜັກ​ໜ່ວງ​ໃຫ້​ແກ່​ຄອບ​ຄົວ ​ແລະ ສັງຄົມອີກ​ດ້ວຍ. ທ່ານລັດຖະມົນຕີກະຊວງຄົມມະນາຄົມ-ຂົນສົ່ງ ຫວຽດນາມ ດິງລາ​ທັງ ກ່າວ​ວ່າ :      “ ​ໃນ​ປີ​ແຫ່ງ ຄວາມ​ປອດ​ໄພ​ຄົມ​ມະນາ​ຄົມ​ 2013, ຂ້າພະ​ເຈົ້າ​ຫວັງ​ຢ່າງ​ຍິງ​ວ່າ ຄະນະ​ຊາວໜຸ່ມຂັ້ນຕ່າງໆ ຈາກສູນກາງລົງຮອດທ້ອງຖິ່ນ ສືບຕໍ່ຜັນຂະຫຍາຍ ບັນດາມາດ​ຕະການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ, ປະຕິບັດ​ແຜນ​ຮ່າງ “ ຊາວ​ໜຸ່ມ​ກັບ​ວັດ​ທະນະ​ທຳ​ການ​ສັນຈອນ​ໄປມາ ” ​ເປັນ​ຢ່າງ​ດີ. ຄະນະ​ກຳມະການ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຄົມ​ມະນາ​ຄົມ​ແຫ່ງ​ຊາດ ໝັ້ນ​ໝາຍ​ຈະ​ສົມທົບ​ກັບ ຄະນະ​ຊາວໜຸ່ມ ຂັ້ນຕ່າງໆຢ່າງ​ແໜ້ນ​ແຟ້ນ​ເພື່ອ​ປະຕິບັດ​ທຸກໆ​ມາດ​ຕະການ​ແກ້​ໄຂ​ໃນ​ແຜນ​ຮ່າງ​ໃຫ້​ເປັນ​ຢ່າງ​ດີ. ພິ​ເສດ ​ແມ່ນ​ການ​ປະຕິບັດ​ຕາມ​ຫົວ​ເລື່ອງໃນ​ປີ​ແຫ່ງ ຄວາມ​ປອດ​ໄພ​ຄົມ​ມະນາ​ຄົມ​ 2013 ຄື “ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ປະຕິບັດ​ວຽກ​ງານ​ລັດຖະການ ​ແລະ ສະຕິ​ຕື່ນ​ຕົວ​ຂອງ​ຜູ້​ເຂົ້າ​ຮ່ວມ​ການ​ຄົມມະນາຄົມ ”  

More