VOV WorldVOV World
ບັນດາກຳລັງຊາວ Kurd ພວມຖອນກຳລັງອອກຈາກເຂດຊາຍແດນທາງທິດເໜືອ ຊີຣີ
28/10/2019 07:56
(VOVWORLD) - ວັນທີ 27 ຕຸລາ, ບັນດາກຳລັງປະຊາທິປະໄຕ ຊີຣີ (SDF) ໂດຍຊາວ Kurd ນຳໜ້າໃຫ້ຮູ້ວ່າ: ເຂົາເຈົ້າຈະຜັນຂະຫຍາຍກຳລັງຄືນໃໝ່ຢູ່ບໍລິເວນທັງໝົດຢູ່ນອກເຂດລຽບຕາມຊາຍແດນ ຊີຣີ ເພື່ອເຄົາລົບຂໍ້ຕົກລັງ ລັດເຊຍ - ຕວັກກີ, ຕາມນັ້ນ, ບັນດາກຳລັງໂດຍ Damascus ໜູນຫລັງຈະປ່ຽນແທນ SDF ຢູ່ເຂດນີ້.
ບັນດາກຳລັງຊາວ Kurd ພວມຖອນກຳລັງອອກຈາກເຂດຊາຍແດນທາງທິດເໜືອ ຊີຣີ
ບັນດາກຳລັງຊາວ Kurd ພວມຖອນກຳລັງອອກຈາກເຂດຊາຍແດນທາງທິດເໜືອ ຊີຣີ (ພາບ: AFP/TTXVN)         ໃນແຈ້ງການສະບັບໜຶ່ງ, SDF ໃຫ້ຮູ້ວ່າ: ກຳລັງນີ້ພວມຜັນຂະຫຍາຍໄປເຖິງບັນດາສະຖານທີ່ໃໝ່ຢູ່ນອກເຂດຊາຍແດນລະຫວ່າງ ຊີຣີ ແລະ ຕວັກກີ ຄືນໃໝ່ ແນໃສ່ເຄົາລົບຂໍ້ຕົກລົງທີ່ໄດ້ເຊັນກັນຢູ່ Sochi, ລັດເຊຍ ໃນອາທິດທີ່ຜ່ານມາ. ຕາມ SDF ແລ້ວ, ບັນດາກຳລັງທະຫານປ້ອງກັນຊາຍແດນ ຊີຣີ ທີ່ໃກ້ຊິດກັບອຳນາດການປົກຄອງສູນກາງ ຈະຜັນຂະຫຍາຍກຳລັງລຽບຕາມທົ່ວທັງໝົດຊາຍແດນລະຫວ່າງ ຊີຣີ ແລະ ຕວັກກີ.
TAG
VOV/VOVworld/ຊາວ Kurd/ຖອນກຳລັງ/ຊີຣີ

More