ບັນດາທ້ອງຖິ່ນສືບຕໍ່ຫນູນຊ່ວຍພາກກາງແກ້ໄຂຜົນຮ້າຍຢ່ອນຫລັງຈາກພາຍຸWutip.
06/10/2013 09:46
(vovworld)- ຄະນະກຳມະການປະຊາຊົນແຂວງ ກາເມົາ ໄດ້ສະຫງວນງົບປະມານກວ່າ 500 ລ້ານດົງ ເພື່ອຊ່ວຍເຫລືອປະຊາຊົນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຈາກພາຍຸ Wutip..

ຊ່ວຍເຫລືອປະຊາຊົນພາກກາງຫວຽດນາມ ແກ້ໄຂ ຜົນຮ້າຍຈາກພາຍຸ Wutip ພາບ:internet (vovworld)- ຄະນະກຳມະການປະຊາຊົນແຂວງ ກາເມົາ ໄດ້ສະຫງວນງົບປະມານກວ່າ 500 ລ້ານດົງ ເພື່ອຊ່ວຍເຫລືອປະຊາຊົນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຈາກພາຍຸ Wutip ກໍ່ຂຶ້ນຫວ່າງມາ. ວັນທີ 5/10, ຄະນະຊາວຫນຸ່ມແຂວງ ກວ໋າງຈີ້ ສົມທົບກັບຫນັງສືພິມຕວຍແຈ໋(ໄວຫນຸ່ມ) ແລະ ຫນັງສືພີມ ແທງນຽນ(ຊາວຫນຸ່ມ) ໄດ້ລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກພາຍຸ. ຂອງຂວັນ 125 ພູດ ລວມມີມູນຄ່າ 155 ລ້ານດົງ ໄດ້ມອບໃຫ້ແກ່ປະຊາຊົນເມືອງ ຢໍລີງ ແລະ ຫວີງລີງ. ສະມາຊິກຄະນະຊາວຫນຸ່ມໃນແຂວງ ພ້ອມກັບປະຊາຊົນ ຈັດຕັ້ງການເຮັດອະນາໄມສິ່ງແວດລ້ອມ, ຊ່ວຍປະຊາຊົນສ້ອມແປງເຮືອນຢູ່.
TAG
vovworld/vov/ພາຍຸ/ຊ່ວຍເຫລືອປະຊາຊົນ
Related
More





