ບັນດາທ້ອງຖິ່ນຢູ່ຫວຽດນາມຕອບສະຫນອງ“ການມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ”
29/03/2014 09:04
(vovworld)- ຕອນຄຳ່ວັນທີ 29/3, 63 ແຂວງ, ນະຄອນຂອງຫວຽດນາມ ພ້ອມກັບຫລາຍປະເທດໃນໂລກຕອບສະຫນອງການມອດໄຟຫນື່ງຊົ່ວໂມງເພື່ອຫນ່ວຍໂລກ,

ມອດໄຟຫນື່ງຊົ່ວໂມງເພື່ອຫນ່ວຍໂລກ ພາບ:internet (vovworld)- ຕອນຄຳ່ວັນທີ 29/3, 63 ແຂວງ, ນະຄອນຂອງຫວຽດນາມ ພ້ອມກັບຫລາຍປະເທດໃນໂລກຕອບສະຫນອງການມອດໄຟຫນື່ງຊົ່ວໂມງເພື່ອຫນ່ວຍໂລກ, ເພື່ອນຳໃຊ້ແຫລ່ງພະລັງງານຢ່າງມີປະສິດທິຜົນ ແລະ ປົກປັກຮັກສາສິ່ງແວດລ້ອມຕໍ່ຫນ້າການປ່ຽນແປງຂອງດິນຟ້າອາກາດ. ການມອດໄຟຫນຶ່ງຊ່ົວໂມງເພື່ອຫນ່ວຍໂລກປີນີ້ ດ້ວຍສານທີ່ວ່າ: ຈົ່ງເຄື່ອນໄຫວເພື່ອໃຫ້ຫນ່ວຍໂລກຂຽວກວ່າ”. ນີ້ເປັນຄັ້ງທີ 8 ລາຍການດັ່ງກ່າວຖືກຈັດຂຶ້ນໃນ ໂລກ ແລະ ເປັນຄັ້ງທີ 6 ດຳເນີນໄປຢູ່ ຫວຽດນາມ. ຢູ່ ຮ່າໂນ້ຍ, ໃນວັນທີ 29/3, ໄດ້ດຳເນີນລາຍການຂີ່ລົດຖີບຕອບສະຫນອງບັ້ນມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ, ຈັດຕັ້ງການເຮັດອະນາໄມຢູ່ສວນສາທາລະນະ, ຫນອງໂຮ່ເກືອມ. ສ່ວນຢູ່ ນະຄອນໂຮ່ຈິມີນໄດ້ໄຂການວາງສະແດງຮູບພາບກ່ຽວກັບການປະຢັດພະລັງງານ ດ້ວຍຫົວເລື່ອງວ່າ: ຫນ່ວຍໂລກຂຽວ.
TAG
vovworld/vov/ມອດໄຟ
Related
More





