ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນໃນການປ້ອງກັນ,ຕ້ານນ້ຳຖ້ວມ
21/08/2014 08:58
(vovworld)- “ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ຍູ້ແຮງການໂຄສະນາໃນການປ້ອງກັນ, ຕ້ານນຳ້ຖ້ວມ, ນຳ້ປາໄຫລຊຸ
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍເປັນປະທານກອງປະຊຸມ ພາບ:diemtinvietnam.vn (vovworld)- “ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ຍູ້ແຮງການໂຄສະນາໃນການປ້ອງກັນ, ຕ້ານນ້ຳຖ້ວມ, ນຳ້ປາໄຫລຊຸ, ດິນເຊາະເຈືອນ”. ນັ້ນແມ່ນການຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ທີ່ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດກ່ຽວກັບວຽກງານປ້ອງກັນ ແລະ ຕ້ານນຳ້ຖ້ວມ, ນຳ້ປາໄຫລຊຸ ແລະ ດິນເຊາະເຈືອນ ປີ 2014 ຊື່ງດຳເນີນໄປໃນວັນທີ 21/8 ຢູ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຊີ້ແຈ້ງວ່າ: ບັນດາທ້ອງຖິ່ນ ຄວນກວດກາບັນດາສະຖານທີ່ມີຄວາມສ່ຽງຈະເກີດນຳ້ຖວມ, ນຳ້ປາໄຫລຊຸ ແລະ ດິນເຊາະເຈືອນ, ຈາກນັ້ນ ສ້າງແຜນການເພື່ອເປັນເຈົ້າການໃນການຜັນຂະຫຍາຍບັນດາມາດຕະການຮັບມື. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເນັ້ນຫນັກວ່າ: ຈຸດໝາຍສຳຄັນທີ່ສຸດໃນການປ້ອງກັນ, ຕ້ານໄພທຳມະຊາດເວົ້າລວມ ແລະ ນຳ້ຖ້ວມ, ນຳ້ປາໄຫລຊຸ ແລະ ດິນເຊາະເຈືອນ ເວົ້າສະເພາະ ຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ພິເສດ ແມ່ນເຂດຊົນເຜົ່າ.
TAG
vovworld/ນ້ຳຖ້ວມ
Related
More






