ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວຢູ່ປາກິດສະຖານໄດ້ເພີ່ມຂຶ້ນເປັນ 515 ຄົນ
28/09/2013 12:45
(Vovworld)- ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວຢູ່ປາກິດສະຖານໄດ້ເພີ່ມຂຶ້ນເປັນ 515 ຄົນ, ແລະ ມີເຮືອນປະມານ 20.000 ຫຼັງຖືກພັງຖະຫຼົ່ມ...
ມີເຮືອນປະມານ 20.000 ຫຼັງຖືກພັງຖະຫຼົ່ມ ໃນເຫດແຜ່ນດິນໄຫວຢູ່ປາກິດສະຖານ( ( (ພາບ: AFP) (Vovworld)- ບັນດາເຈົ້າໜ້າທີ່ແຂວງ ບາວລູຈິດສະຖານ ແຫ່ງປະເທດ ປາກິດສະຖານໄດ້ປະກາດເມື່ອວັນທີ 27/9 ວ່າ : ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວຢູ່ປາກິດສະຖານໄດ້ເພີ່ມຂຶ້ນເປັນ 515 ຄົນ, ແລະ ມີເຮືອນປະມານ 20.000 ຫຼັງຖືກພັງຖະຫຼົ່ມ. ໃນຂະນະນັ້ນ, ບັນດາກຸ່ມປະກອບອາວຸດໄດ້ກ່າວເຕືອນຈະບຸກໂຈມຕີຕໍ່ການເຄື່ອນໄຫວຊ່ວຍບັນເທົ່າທຸກໃຫ້ແກ່ປະຊາຊົນຢູ່ເຂດຮັບຜົນສະທ້ອນ. ດັ່ງນັ້ນບັນດາເຄື່ອນໄຫວຊ່ວຍບັນເທົ່າທຸກໃຫ້ແກ່ປະຊາຊົນກໍໄດ້ປະສົບກັບຄວາມຫຍຸ້ງຍາກ. ມີເຮືອບິນເອລີກອບເຕີຫຼາຍລຳກໍໄດ້ຖືກບຸກໂຈມຕີໃນ 2 ມື້ທີ່ຜ່ານມາ ແລະ ການເຄື່ອນໄຫວຊ່ວຍບັນເທົ່າທຸກໃຫ້ແກ່ປະຊາຊົນຢູ່ຫຼາຍບໍລິເວນຢູ່ແຫ່ງຕ່າງໆທີ່ຫ່າງໄກສອກຫຼີກກໍປະສົບກັບຄວາມຫຍຸ້ງຍາກ.
TAG
ເຫດແຜ່ນດິນໄຫວຢູ່ປາກິດສະຖານ
Related
More






