ຈີນ, ອາເມລິກາ ເຫັນດີເສີມຂະຫຍາຍບົດບາດປະສານງານຊ່ອງການເມືອງ - ການທູດ
14/02/2026 08:41
(VOVWORLD) - ວັນທີ 13 ກຸມພາ, ທ່ານ ວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ ໄດ້ມີການໂອ້ລົມສົນທະນາກັບຄູ່ຕຳແໜ່ງ ອາເມລິກາ ທ່ານ Marco Rubio ຢູ່ນອກກອງປະຊຸມຄວາມໝັ້ນຄົງ Munich ທີ່ພວມຈັດຂຶ້ນຢູ່ນະຄອນ Munich, ເມືອງເອກລັດ Bavaria, ຂອງ ເຢຍລະມັນ.

ທີ່ການພົບປະ, ທ່ານລັດຖະມົນຕີ ວາງອີ ເນັ້ນໜັກວ່າ ທ່ານປະທານ ສິຈິ້ນຜິງ ແລະ ທ່ານປະທານາທິບໍດີ Donald Trump ໄດ້ຍົກອອກການຊີ້ນຳຍຸດທະສາດເພື່ອພັດທະນາການພົວພັນ ຈີນ - ອາເມລິກາ. 2 ຝ່າຍຕ້ອງພ້ອມກັນປະຕິບັດຄວາມຮັບຮູ້ລວມສຳຄັນທີ່ບັນລຸໄດ້ລະຫວ່າງປະມຸກລັດ 2 ທ່ານໃຫ້ເປັນຢ່າງດີ, ເພື່ອໃຫ້ປີ 2026 ກາຍເປັນປີ ຈີນ ແລະ ອາເມລິກາ ມຸ່ງໄປເຖິງຄວາມເຄົາລົບເຊິ່ງກັນແລະກັນ, ຮ່ວມດຳລົງຊີວິດດ້ວຍຄວາມສັນຕິພາບ, ຮ່ວມມືພ້ອມກັນຮັບໄຊຊະນະ. 2 ຝ່າຍກໍ່ຕ້ອງເພີ່ມທະວີຄວາມມານະພະຍາຍາມ, ເປີດກວ້າງບັນຊີລາຍຊື່ການຮ່ວມມືຢ່າງບໍ່ຢຸດຢັ້ງ, ຮັດແຄບບັນຊີລາຍຊື່ບັນດາບັນຫາຂັດແຍ້ງກັນ, ເພື່ອໃຫ້ການພົວພັນ ຈີນ - ອາເມລິກາ ກ້າວເຂົ້າສູ່ສົງໂຄຈອນທີ່ເປັນປົກກະຕິ, ໂປ່ງໃສ, ພັດທະນາແບບຍືນຍົງ.
TAG
VOV/VOVworld/ດຳລົງຊີວິດ/ສັນຕິພາບ/ຂັດແຍ້ງກັນ
Related
More





