VOV WorldVOV World
ຈີນ ແລະ ອາ​ເມ​ລິ​ກາ ຮັກ​ສາ​ການ​ແລກ​ປ່ຽນ​ດ້ານ​ເສ​ດ​ຖະ​ກິດ - ການ​ຄ້າ ຢ່າງ​ແໜ້ນ​ແຟ້ນ
13/02/2026 09:02
(VOVWORLD) - ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວນັດສາມັນ ທີ່ໄດ້ດຳເນີນໃນວັນທີ 12 ກຸມພາ, ຢູ່ ປັກກິ່ງ, ທ່ານ ເຂືອຢ້າຕຸງ ໂຄສົກກະຊວງການຄ້າຈີນ ໃຫ້ຮູ້ວ່າ ຖັນແຖວຮັບຜິດຊອບດ້ານເສດຖະກິດ ແລະ ການຄ້າຂອງປະເທດນີ້ ແລະ ອາເມລິກາ ໄດ້ ແລະ ພວມຮັກສາການແລກປ່ຽນຢ່າງແໜ້ນແຟ້ນໃນຫຼາຍລະດັບ ຜ່ານກົນໄກປຶກສາຫາລືສອງຝ່າຍ.
ຈີນ ແລະ ອາ​ເມ​ລິ​ກາ ຮັກ​ສາ​ການ​ແລກ​ປ່ຽນ​ດ້ານ​ເສ​ດ​ຖະ​ກິດ - ການ​ຄ້າ ຢ່າງ​ແໜ້ນ​ແຟ້ນ
ທ່ານ ເຂືອຢ້າຕຸງ ເນັ້ນໜັກວ່າ ບົນພື້ນຖານບັນດາຄວາມຮັບຮູ້ລວມຂອງການນຳສອງປະເທດ, ຈີນ ພ້ອມແລ້ວທີ່ຈະພ້ອມກັບ ອາເມລິກາ ເພີ່ມທະວີການເຈລະຈາ, ຄວບຄຸມຄວາມບໍ່ລົງລອຍກັນໃຫ້ເໝາະສົມເທົ່າທີ່ຄວນ ແລະ ເປີດກວ້າງການຮ່ວມມືຢ່າງແທ້ຈິງບົນເນື້ອໃນຈິດໃຈຍຸຕິທຳ, ເຄົາລົບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຜ່ານນັ້ນ ກໍ່ຊຸກຍູ້ສາຍພົວພັນດ້ານເສດຖະກິດ - ການຄ້າສອງຝ່າຍໃຫ້ພັດທະນາຢ່າງແຂງແຮງ, ມີສະຖຽນລະພາບ ແລະ ຍືນຍົງ.         ໄລຍະຜ່ານມາ, ສາຍພົວພັນດ້ານເສດຖະກິດ ແລະ ການຄ້າ ຈີນ - ອາເມລິກາ ໄດ້ຜ່ານຜ່າບັນດາການຜັນແປ, ສະຫຼັບສັບຊ້ອນລະຫວ່າງຄວາມເຄັ່ງຕຶງ ແລະ ຄວາມມານະພະຍາຍາມສ້າງສະຖຽນລະພາບ. ຈີນ ຍາມໃດກໍໃຫ້ຂໍ້ສັງເກດວ່າ ສອງຝ່າຍຕ້ອງເຈລະຈາແທນທີ່ສູ້ຢັນກັນ, ພ້ອມທັງຮັກສາບັນດາການແລກປ່ຽນ, ພົບປະກັນໃນຫຼາຍຊ່ອງທາງ ແລະ ຢູ່ໃນຫຼາຍລະດັບເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.
TAG
VOV/VOVworld/ຈີນ ແລະ ອາ​ເມ​ລິ​ກາ/ຮັກ​ສາ​ການ​ແລກ​ປ່ຽນ​ດ້ານ​ເສ​ດ​ຖະ​ກິດ - ການ​ຄ້າ

More