ອັດກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ 14
27/11/2019 11:19
(VOVWORLD) -ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ຄວາມຈໍາເປັນຕ້ອງປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການກໍ່ສ້າງຕາມໃບສະເໜີຂອງລັດຖະບານ.

ໃນສູນທອນພົດກ່າວອັດກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນບ່າຍວັນທີ 27 ພະຈິກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ : ພາຍຫຼັງດຳເນີນມາເປັນເວລາ 28 ວັນ, ສະພາແຫ່ງຊາດຫວຽດນາມໄດ້ສຳເລັດໂຄງການເຄື່ອນໄຫວທີ່ໄດ້ວາງອອກ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ : ໃນ ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບໝາກຜົນແຫ່ງການປະຕິບັດແຜນພັດທະນາເສດຖະກິດສັງຄົມປີ 2019, ທິດທາງໜ້າທີ່ປີ 2020 ແລະ ນຳສະເໜີຫຼາຍມາດຕະການທີ່ແທດຈິງເພື່ອປະຕິບັດ ແຜນພັດທະນາເສດຖະກິດສັງຄົມປີ 2020 ຢ່າງສຳເລັດຜົນ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ :
TAG
VOV/VOVworld/ລົງຄະແນນສຽງ/ກົດໝາຍ/ຮັບຮອງເອົາ/ສົນທິສັນຍາ/ອະນຸສັນຍາ/ຂີດຂັ້ນປັກຫຼັກໝາຍຊາຍແດນ
Related
More





