VOV WorldVOV World
ອັດກອງປະຊຸມ ການຕ່າງປະເທດ ຄັ້ງທີ 27
19/12/2011 10:49
ອັດ​ກອງ​ປະຊຸມ​ການ​ຕ່າງປະ​ເທດ ຄັ້ງ​ທີ 27
ອັດກອງປະຊຸມ ການຕ່າງປະເທດ ຄັ້ງທີ 27
ກ​ອງປະຊຸມ​ການ​ຕ່າງປະ​ເທດ​ຄັ້ງ​ທີ 27 ​ໄດ້​ສິ້ນສຸດ​ລົງ​ໃນ​ຕອນ​ເຊົ້າວັນ​ທີ 19/12 ຢູ່ ຮ່າ​ໂນ້ຍ ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາໜຶ່ງ​ອາທິດ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິນ​ມິນ ຢືນຢັນ​ວ່າ: ກອງ​ປະຊຸມ​ການ​ຕ່າງປະ​ເທດນີ້ ​ແມ່ນ​ເວທີ​ປາ​ໄສ​​ແລກປ່ຽນຄວາມ​ເຫັນ, ຖອດ​ຖອນ​ບົດຮຽນ ​ແລະ ວາງ​ອອກ​ບັນດາ​ທິດ​ທາງ, ​ແຜນການ​ປະຕິບັດ​ງານ​ໃຫ້​ແກ່​ໄລຍະ​ທີ່​ຈະ​ມາ​ເຖິງ​ຢ່າງ​ແທດ​ຈິງ. ບັນດາ​ບົດ​ລາຍ​ງານ, ບົດ​ທາ​ບທາ​ມຄວາມ​ເຫັນ​ທີ່​ກອງ​ປະຊຸມ​ແມ່ນ​ອຸດົມສົມ​ບຸນ, ​ໃນ​ນັ້ນ​ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​​ເຊິ່ງກ່ຽວ​ກັບ​ສະພາບ​ການ​ໂລກ ກໍ່​ຄື ກາລະ​ໂອກາດ, ສິ່ງ​ທ້າ​ທາຍ​ທີ່​ມີ​ຕໍ່​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ​

More