VOV WorldVOV World
ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ສ້າງ​ຕັ້ງນະ​ຄອນ​ດົ່ງ​ນາຍ​ຂຶ້ນ​ກັບ​ສູນ​ກາງ ແລະ ເສດ​ຖະ​ກິດ​ສັງ​ຄົມ
20/04/2026 07:04
[VOVWORLD] - ຕອນ​ບ່າຍ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ ປີ 2025 ແລະ ສະ​ພາບ​​ປະ​ຕິ​ບັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2026.
ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ສ້າງ​ຕັ້ງນະ​ຄອນ​ດົ່ງ​ນາຍ​ຂຶ້ນ​ກັບ​ສູນ​ກາງ ແລະ ເສດ​ຖະ​ກິດ​ສັງ​ຄົມ
260420 fm 01.jpg ພາບ​ປະ​ກອບ: VOV ວັນ​ທີ 20 ເມ​ສາ, ຢູ່​ຮ່າ​ໂນ້ຍ ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ທີ 2​, ສະ​ພາ​ແຫ່​ງ​ຊາດ​ຊຸດ​ທີ XVI ເລີ່ມ​ເຮັດ​ວຽກ. ໃນ​ຕອນ​ເຊົ້າ, ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ຄຳ​ສະ​ເໜີ, ບົດ​ລາຍ​ງານ​ວ່າ​ດ້ວຍການ​ສືບ​ສວນ ແລະ ປຶກ​ສາ​ຫາ​ລືຢູ່​ຕາມ​ກຸ່ມ​ກ່ຽວ​ກັບ: ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ກົນ​ໄກ​, ນະ​ໂຍ​ບາຍ​ບຸກ​ທະ​ລຸ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຈຳ​ນວນ​ໜຶ່ງ, ການ​ສ້າງ​​ຕັ້ງນະ​ຄອນ​ດົ່ງ​ນາຍ​ຂຶ້ນ​ກັບ​ສູນ​ກາງ, ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ທົດ​ລອງ​ກົນ​ໄກ​ທະ​ນາຍ​ຄວາມ​ພາກ​ລັດ. ຕອນ​ບ່າຍ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ ປີ 2025 ແລະ ສະ​ພາບ​​ປະ​ຕິ​ບັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2026, ແຜ​ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ໄລ​ຍະ 2026 – 2030, ວຽກ​ງານ​ປະ​ຢັດ, ຕ້ານ​ການ​ຟູມ​ເຟືອຍ​ປີ 2025.
TAG
VOV/VOVWORLD/ສະ​ພາ​ແຫ່ງ​ຊາດ/ກອງ​ປະ​ຊຸມ

More