ແຂວງນາມດີ້ງ ຈັດກອງປະຊຸມ ສະຫລຸບວຽກງານ ແຂ່ງຂັນຍ້ອງຍໍ ປີ 2011
22/02/2012 12:03
ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ທັງເປັນຮອງປະທານທີຫນຶ່ງສະພາແຂ່ງຂັນຍ້ອງຍໍສູນກາງ ໄດ້ຕີລາຄາສູງບັນດາໝາກຜົນຊຶ່ງແຂວງ ນາມດີ້ງ ບັນລຸໄດ້ໃນຫລາຍຂົງເຂດ.

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພາບປະກອບ (intetnet) (vovworld) - ຕອນເຊົ້າວັນທີ 22/2 ແຂວງ ນາມດີ້ງ ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານແຂ່ງຂັນ ຍ້ອງຍໍປີ 2011 ແລະ ປຸກລະດົມຂະບວນການແຂ່ງຂັນປີ 2012. ເຂົ້າຮ່ວມກອງປະຊຸມມີທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ທັງເປັນຮອງປະທານທີຫນຶ່ງສະພາແຂ່ງຂັນຍ້ອງຍໍສູນກາງ ໄດ້ຕີລາຄາສູງບັນດາໝາກຜົນຊຶ່ງແຂວງ ນາມດີ້ງ ບັນລຸໄດ້ໃນຫລາຍຂົງເຂດ. ທ່ານນາງຮອງປະທານປະເທດ ສະເຫນີວ່າ: ໃນວຽກງານແຂ່ງຂັນ ຍ້ອງຍໍ, ທາງແຂວງຄວນມູ້ງໄປສູ່ຮາກຖານ, ໃນນັ້ນເອົາໃຈໃສ່ເຖິງຖັນແຖວກຳມະກອນ, ແຮງງານ. ທ່ານນາງຮອງປະທານປະເທດ ຍັງຖືວ່າ ໃນໄລຍະຈະມາເຖິງ ແຂວງ ນາມດີ້ງ ຄວນສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ ເພື່ອສ້າງບາດກ້າວບຸກທະລຸ ໃນນັ້ນຄວນສຸມໃສ່ປະຕິບັດບັນດາຫນ້າທີ່ຄື: ສ້າງໂຄງປະກອບເສດຖະກິດຄືນໃຫມ່, ສ້າງໂຄງປະກອບການລົງທຶນຂອງລັດຄືນໃຫມ່, ປ່ຽນໃຫມ່, ຊັບຊ້ອນລັດວິສາຫະກິດຢູ່ບໍລິເວນແຂວງຄືນໃຫມ່ ແລະອື່ນໆ. ບັນດາຂະບວນການແຂ່ງຂັນ ຕ້ອງປະຕິບັດຢ່າງແທດຈິງ ແລະ ປະສິດທິຜົນ.
TAG
ແຂ່ງຂັນ ຍ້ອງຍໍ
Related
More





