VOV WorldVOV World
ເຂົ້າສານ ST24 ບັນລຸໄດ້ລາງວັນເຂົ້າ ແຊບລະດັບໂລກ
13/11/2019 09:31
(VOVWORLD) -ໃນຂອບເຂດກອງປະຊຸມເຂົ້າສານໃນໂລກເຊິ່ງໄດ້ຈັດຕັ້ງຢູ່ Manila (ຟີລິບປິນ), ເຂົ້າສານພັນ ST24 ຂອງ ຫວຽດນາມ ເອົາຊະນະພັນເຂົ້າແຊບຫຼາຍຊະນິດເພື່ອຍາດໄດ້ລາງວັນທີ 1 ໃນການແຂ່ງຂັນເຂົ້າສານແຊບລະດັບໂລກ 2019, ເຮັດໃຫ້ເຂົ້າສານຫວຽດນາມ ມີຊື່ສຽງໄປທົ່ວໂລກ
ເຂົ້າສານ ST24 ບັນລຸໄດ້ລາງວັນເຂົ້າ ແຊບລະດັບໂລກ
ຄະນະຜູ້ແທນ ຫວຽດນາມ ຍາດໄດ້ລາງວັນ ເຂົ້າ ແຊບລະດັບໂລກ ພັນເຂົ້າ ST24 ໂດຍກຸ່ມວິສະວະກອນ ໂຮ່ກວາງກົວ, ປະລິນຍາເອກ ເຈິ່ນເຕິ໊ນເຟືອງ ແລະ ປະລິນຍາໂທ ຫງວຽນທິທູເຮືອງ ຢູ່ແຂວງ ສັອກຈັງ ໄດ້ຄົ້ນຄ້ວາປະສົມພັນ. ໃນປີ 2014ແນວພັນເຂົ້າຊະນິດນີ້ໄດ້ນຳມາຄົ້ນຄ້ວາ ແລະ ຈົນຮອດປີ 2016 ຈຶ່ງເລີ່ມຕົ້ນການປູກທົດລອງ. ນີ້ແມ່ນພັນເຂົ້າປູກໃນໄລຍະສັ້ນ, ມີລັກສະນະຕ້ານທານພະຍາດສູງກ່ວາເມື່ອທຽບໃສ່ກັບບັນດາແນວພັນເຂົ້າທີ່ມີມາແຕ່ດົນ, ສະມັດຕະພາບບັນລຸເຖິງ 7 ໂຕນ/ເຮັກຕາ. ພິເສດ, ແນວພັນເຂົ້າ ST24 ຍັງໄດ້ຖືວ່າແມ່ນແນວພັນທີ່ມີການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.         ກ່ອນໜ້ານັ້ນ, ເຂົ້າ ພັນ ST24 ກໍ່ໄດ້ສ້າງຊື່ສຽງຢູ່ “ກອງປະຊຸມສາກົນຄັ້ງທີ 9 ກ່ຽວກັບການຄ້າເຂົ້າສານ” ເຊິ່ງໄດ້ຈັດຕັ້ງຢູ່ ມາເກົາ ປະເທດຈີນມາແລ້ວເມື່ອໄດ້ເຂົ້າໃນ Top 3 ແນວພັນເຂົ້າແຊບທີ່ສຸດໃນໂລກ ໃນປີ 2017.
TAG
VOV/VOVworld/ເຂົ້າ​ສານ/ຫວຽດ​ນາມ/ST24

More