ຕອນ​ບ່າຍ​ວັນ​ທີ 29 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ​ເພດ​ຍິງ ຊຸດ​ທີ XVI

ເມື່ອ​ລາຍ​ງານຕໍ່ ​ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ ທີ່​ການ​ພົບ​ປະ​, ທ່ານ​ນາງ ຫງວຽນ​ທິ​ແທັງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ ​ຊຸດ​ທີ XVI ໃຫ້​ຮູ້​ວ່າ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ມີ​ສະ​ມາ​ຊິກ​ຍິງ 150 ທ່ານ, ກວມ​ເອົາ 30% ຍອດ​ຈຳ​ນວນ​ສະ​ມາ​ຊິກ. ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ເພດຍິງ ໄດ້​ສ້າ​ງນັບ​ແຕ່​ປີ 2008, ໄດ້​ກາຍ​ເປັນເວ​ທີ​ປາ​ໃສ​ທີ່​ຕິດ​ພັນ, ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ ແລະ ໜູນ​ຊ່ວຍ​​ເຊິ່ງ​ກັນ​ແລະກັນ​ໃນ​ການ​ເຄື່ອນ​ໄຫວ​ຢູ່​​ສະ​ພາ​ແຫ່ງ​ຊາດ​.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ແບກ​ຫາບ​ບົດ​ບາດ​ໜ້າ​ທີ່ໃນ​ການ​ຫັນ​ມ​ະ​ຕິກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ເປັນ​ລະ​ບອບ​ລະ​ບຽບ​ການ, ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ຈົນ​ຮອດ​ປີ 2030 ແລະ ສ້າງ​ພື້ນ​ຖານ​ໃຫ້​ວິ​ໄສ​ທັດ ປີ 2045.

ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແລ້ວ, ການເປັນ​ຕົ​ວ​ແທນຂອງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ, ພ້ອມ​ກັນມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ທຸກ​ບັນ​ຫາ​ທີ່ຂຶ້ນ​ກັບ​ສິດ​ອຳ​ນາດ​ຂອງ​ສະ​ພາ​ແຫ່ງ​ຊາດ, ດ້ວຍ​ພູມ​ປັນ​ຍາ, ຄຸນ​ນະ​ທາດ​ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ ຕ້ອງ​ໄດ້ສະ​ແດງ​ໃຫ້​ເຫັນໃນ​ຄຸນ​ນະ​ພາບ​​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ໃຫ້​ນັບ​ມື້​ນັບ​ຈະ​ແຈ້ງ​ຂຶ້ນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ສະ​ເໜີ​ວ່າ:

ບັນ​ດາ​ຜູ້​ແທນ​ຕ້ອງ​ຮັກ​ສາ​ການ​ຕິດ​ຕໍ່​ກັບ​ຂັ້​ນຮາກ​ຖານເປັນປະ​ຈຳ, ສະ​ຫງວນ​ເວ​ລາ​ພົບ​ປະ​ກັບ​ຜູ້ທີ່​ບໍ່ຄ່ອຍ​ມີເງື່ອນໄຂ​​ທີ່​ຈະ​ໄດ້​ເຂົ້າ​ຮ່ວມບັນ​ດາ​ເວ​ທີ​ປາ​ໄສ​ທາງ​ການ. ຈາກ​ສະ​ພາບ​ກຂອງ​ຄອບ​ຄົວ​ໜຶ່ງ, ຜູ້​ອອກ​ແຮງ​ງານ​ຄົນ​ໜຶ່ງ, ຕ້ອງ​ຊອກ​ຮູ້​ວ່າ ນັ້ນແມ່ນຄວາມທຸກ​ຍາກ​ສະເພາະ​ໃຜ​ມັນ ຫຼື ແມ່ນ​ບັນ​ຫາ​ມາ​ຈາກ​ຂໍ້ບົກ​ຜ່ອງ​ຂອງ​ນະ​ໂຍ​ບາຍ​ທີ່​ພວມ​ສົ່ງ​ຜົນ​ກະ​ທົບ​ຕໍ່ຫຼາຍ​ຄົນ. ການ​ຕິດ​ຕາມກວດ​ກາ​ຕ້ອງ​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສິດ​ຂອງ​ປະ​ຊາ​ຊົນ, ຍົ​ກ​ສູງ​ປະ​ສິດ​ທິພາບໃນ​ການ​ປະ​ຕິ​ບັດ ແລະ ການຄວບ​ຄຸມ​ສິດ​ອຳ​ນາດ.