ຕາມລາຍການກອງປະຊຸມສະໄໝສາມັນເທື່ອທີສອງ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ຕອນເຊົ້າວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ (ສະປັບປັບປຸງ).
ຕອນບ່າຍວັນທີ 30 ຕຸລາ, ສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2026 ແລະ ຂຶ້ນແຜນປີ 2027; ສະພາບການປະຕິບັດງົບປະມານແຫ່ງລັດ ປີ 2026, ຂຶ້ນແຜນງົບປະມານແຫ່ງລັດ ແລະ ແບບວິທີການຈັດແບ່ງງົບປະມານສູນກາງ ປີ 2027; ສະພາບການປະຕິບັດແຜນການລົງທຶນສາທາລະນະປີ 2026 ແລະ ຂຶ້ນແຜນການ ປີ 2027; ຊຳລະງົບປະມານແຫ່ງລັດ ປີ 2025.
ດ້ວຍທັດສະນະທີ່ວ່າ ເສດຖະກິດຕ້ອງບັນລຸລະດັບເຕີບໂຕທີ່ສູງກວ່າ ແຕ່ຕ້ອງອີງບົນພື້ນຖານໜັກແໜ້ນກວ່າ, ທ່ານນາງ ເຈິ່ນທິຮົ່ງແທັງ, ສະມາຊິກສະພາແຫ່ງຊາດແຂວງ ນິງບິ່ງ, ສະເໜີວ່າ:
"ເປົ້າໝາຍການເຕີບໂຕຕ້ອງໄດ້ປະຕິບັດໃນຂອບເຂດທີ່ປອດໄພ, ບໍ່ກໍ່ຄວາມກົດດັນໃນຕໍ່ໜ້າເຮັດໃຫ້ຄວາມສາມາດບົ່ມຊ້ອນຂອງການບໍລິຫານໃນຊຸມປີຕໍ່ໆໄປຖືກຫຼຸດຜ່ອນລົງ ຫັນຈຸດສຸມຈາກການລະດົມທຶນໄປສູ່ການຈັດແບ່ງທຶນໃຫ້ມີປະສິດທິຜົນ ແລະ ຮັບປະກັນຄວາມໝັ້ນຄົງດ້ານການເງິນ. ສຳລັບບັນດາໂຄງການຄົມມະນາຄົມ, ໄຟຟ້າ ແລະ ພະລັງງານ, ໂຄງການຂະໜາດໃຫຍ່ພຽງແຕ່ຈະເລີ່ມລົງມືກໍ່ສ້າງເມື່ອເຮັດແຈ້ງແຫຼ່ງທຶນ, ຄວາມຄືບໜ້າ ແລະ ຄວາມສາມາດເຊື່ອມຕໍ່."
ສະພາແຫ່ງຊາດກໍ່ພິຈາລະນາເລື່ອງສະຫຼຸບການປະຕິບັດມະຕິເລກທີ 66 ລົງວັນທີ 29 ພະຈິກ 2013 ຂອງສະພາແຫ່ງຊາດ ແລະ ສິ້ນສຸດການລົງທຶນກໍ່ສ້າງໂຄງການເສັ້ນທາງ ໂຮ່ຈີມິນ ຂອບຂະໜາດສອງເລນ.

.jpg)




