VOV WorldVOV World
ເຊື່ອມ​​ຕໍ່ການປ່ຽນ​ແປງ​ໃໝ່ປະ​ດິດຄິດ​ສ້າງ ແລະ ເລີ່ມ​ຕົ້​ນ​ທຸ​ລະ​ກິດ ​ດ​້ວຍ​ການ​ຄົ້​ນ​ຄ້​ວາ ວິ​ທ​ະ​ຍາ​ສາດ
09/10/2019 08:41
(VOVWORLD) - ວັນທີ 8 ຕຸລາ, ສະຖານທູດ ອົດສະຕາລີ ໄດ້ສົມທົບກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຈັດຕັ້ງກອງປະຊຸມສຳມະນາ “ເຊື່ອມຕໍ່ການປ່ຽນແປງໃໝ່ປະດິດສ້າງ ແລະ ເລີ່ມຕົ້ນທຸລະກິດດ້ວຍ ວິທະຍາສາດ ແລະ ການຄົ້ນຄ້ວາ”.
ເຊື່ອມ​​ຕໍ່ການປ່ຽນ​ແປງ​ໃໝ່ປະ​ດິດຄິດ​ສ້າງ ແລະ ເລີ່ມ​ຕົ້​ນ​ທຸ​ລະ​ກິດ ​ດ​້ວຍ​ການ​ຄົ້​ນ​ຄ້​ວາ ວິ​ທ​ະ​ຍາ​ສາດ
ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງ ສັບປະດາທັກສະ ແລະ ການປ່ຽນແປງໃໝ່, ປະດິດຄິດສ້າງໂດຍ ສະຖານທູດ ອົດສະຕາລີຈັດຕັ້ງ ເພື່ອໃຫ້ ບັນດາກະຊວງ, ຂະແໜງການ, ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ, ບັນດາສະຫະສະມາຄົມຂະແໜງອາຊີບ ແລະ ບັນດາວິສາຫະກິດຂອງ ຫວຽດນາມແບ່ງປັນຄວາມຫຍຸ້ງຍາກ ໃນການສ້າງລະບົບສະພາບແວດລ້ອມແຫ່ງການປ່ຽນແປງໃໝ່, ປະດິດຄິດສ້າງ, ພ້ອມທັງຊອກຮູ້ ແລະ ຮັບຟັງບັນດາບົດຮຽນຈາກ ອົດສະຕາລີໃນການພັດທະນາເສດຖະກິດ - ສັງຄົມ ໂດຍອີງໃສ່ການປ່ຽນແປງໃໝ່ ແລະ ປະດິດຄິດສ້າງ.         ທ່ານນາງ  Joanna Wood, ທູດການສຶກສາ ຂອງ ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມຖືວ່າ: ອົດສະຕາລີ ແລະ ຫວຽດນາມ ຄວນປ່ຽນແປງວິທີການຮ່ວມມືເພື່ອສ້າງພື້ນຖານວັດທະນະທຳປ່ຽນແປງໃໝ່, ປະດິດຄິດສ້າງ. ການຮ່ວມມືບໍ່ພຽງແຕ່ແມ່ນການຮ່ວມມືລະຫວ່າງສອງລັດຖະບານເທົ່ານັ້ນ ຫາກຍັງແມ່ນຕ້ອງມີການສະໜິດຕິດພັນລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ, ສູນປ່ຽນແປງໃໝ່, ປະດິດສ້າງຂອງ ສອງປະເທດອີກດ້ວຍເພື່ອພ້ອມກັນພັດທະນາບົນພື້ນຖານຂອງ ວິທະຍາສາດ ແລະ ເຕັກໂນໂລຢີ.
TAG
VOV/VOVworld/ເລີ່ມ​ຕົ້​ນ​ທຸ​ລະ​ກິດ/ປະ​ດິດ​ຄິດ​ສ້າງ/ຫວຽດ​ນາມ

More