VOV WorldVOV World
ເຢຍລະມັນ: ຄັດເລືອກໄດ້ຜູ້ ອອກສະໝັກ ຮັບເລືອກຕັ້ງ ປະທານາທິບໍດີຄົນໃໝ່
20/02/2012 11:49
ສາທາລະນະ​ລັດ​ສະຫະພັນ​ເຢຍລະ​ມັນ: ຄັດ​ເລືອກ​ໄດ້​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ​ຄົນ​ໃໝ່
ເຢຍລະມັນ: ຄັດເລືອກໄດ້ຜູ້ ອອກສະໝັກ ຮັບເລືອກຕັ້ງ ປະທານາທິບໍດີຄົນໃໝ່
ປະ​ເທດ​ເຢັຍລະ​ມັນ (ພາບ: vietbao.vn) ( vovworld ) –ນັກ​ຂ່າວຂ່າວສານ​ຫວຽດນາມ ປະຈຳ​ເຢຍລະ​ມັນ​ ໃຫ້​ຂ່າວ​ວ່າ, ບັນດາ​ພັກ​ການ​ເມືອງ​ຕົ້ນຕໍ​ຂອງ​ປະ​ເທດ​ນີ້ ​ໄດ້​ເຫັນ​ດີ​ສະ​ເໜີ​ທ່ານ Joachim Gauck ນັກຄົ້ນຄ້ວາ​ດ້ານ​ສິດທິ​ມະນຸດ​ເຢຍລະ​ມັນ​ຕາ​ເວັນ​ອອກ ​​ເປັນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ​ເຢຍລະ​ມັນ ​ແທນ​ໃຫ້​ປະທານາທິບໍດີ​ຜູ້​ທີ່​ຫາ​ກໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ Christian Wulff. ຄຳ​ປະກາດ​ດັ່ງກ່າວ​ໂດຍ​ທ່ານ​ນາງ Angela Merkel ນາຍົກ​ລັດຖະມົນຕີ​ເຢຍລະ​ມັນ​ຍົກ​ອອກ​ມາ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 19/2 ພາຍຫລັງ​ການ​ພົບ​ປະ​ກັບ​ປະທານ​ບັນດາ​ພັກ​ພັນທະ​ມິດ​ປະຊາທິປະ​ໄຕ​ສັງຄົມ, ພັກ​ປະຊາທິປະ​ໄຕ​ເສລີພາບ, ພັກ​ປະຊາທິປະ​ໄຕ​ສັງຄົມ ​ແລະ​ ພັກ​ຂຽວ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ທີ່​ສຳນັກງານ​ນາຍົກລັດຖະມົ​ນຕີ, ທ່ານ​ນາງ Merkel  ​ໄດ້​ຮັບ​ຮູ້​ການ​ສະໜັບສະໜູນ​ທີ່​ມີ​ຕໍ່​ທ່ານ Joachim Gauck . ຕາມ​ໝາກຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງ​ຫວ່າງ​ແລ້ວ​ນີ້​ຂອງ​ໜັງສືພິມ​ລາຍ​ສັບປະດາ “Bild am Sonntag“, ຜູ້​ແທນ​ໃນ​ກອງ​ປະຊຸມ​ສະຫະພັນ 54% ​ໄດ້​ສະໜັບສະໜູນ​ທ່ານ Joachim Gauck ດຳລົງ​ຕຳ​ແໜ່​ງນີ້.  
TAG
ເຢຍລະມັນ

More