ຫາງສຽງສາກົນກ່າວປະນາມຢ່າງແຮງບັນດາເຫດບຸກໂຈມຕີຢູ່ຝລັ່ງ,ຕຸຍນີຊີແລະຄູເວດ
27/06/2015 07:43
(vovworld)-ພາຍຫລັງບັນດາເຫດບຸກໂຈມຕີຢ່າງລຽນຕິດຢູ່ ຝັລ່ງ, ຕຸຍນີຊີ ແລະ ຄູເວດ ໃນວັນທີ 26/6

ທ່ານເລຂາທິການໃຫຍ່ ສປຊ Bankimoon (vovworld)-ພາຍຫລັງບັນດາເຫດບຸກໂຈມຕີຢ່າງລຽນຕິດຢູ່ ຝັລ່ງ, ຕຸຍນີຊີ ແລະ ຄູເວດ ໃນວັນທີ 26/6, ທ່ານເລຂາທິການໃຫຍ່ ສປຊ Bankimoon ແລະ ການນຳຫລາຍປະເທດຊັ້ນນຳໂລກ ໄດ້ກ່າວປະນາມຢ່າງແຮງການກະທຳນີ້. ຕາມທ່ານ Bankimoon ແລ້ວ, ບັນດາຕົວການກ່ຽວຂ້ອງເຖິງບັນດາເຫດບຸກໂຈມຕີຕ້ອງນຳເອົາມາພິພາກສາຢ່າງທັນທີ. ຜູ້ຕາງຫນ້າກ່ຽວກັບນະໂຍບາຍການຕ່າງປະເທດຂອງ EU ທ່ານ Federica Mogherini ໄດ້ຮຽກຮ້ອງຮັກສາຄວາມສາມັກຄີລະຫວ່າງ ເອີລົບ ແລະ ໂລກອາຣັບ ພ້ອມທັງຕ້ອງມີການໂຕ້ຕອບເພື່ອໃຫ້ຜູ້ຮ້າຍບໍ່ສາມາດສວຍໃຊ້ບັນຫາສາສະຫນາເພື່ອແບ່ງແຍກ. ທຳນຽບຂາວປະກາດວ່າ ຈະສາມັກຄີກັບ 3 ປະເທດດັ່ງກ່າວ ພ້ອມທັງສະເຫນີ ສະຫນອງທຸກການຫນູນຊ່ວຍທີ່ຈຳເປັນໃຫ້ສາມປະເທດນີ້.
TAG
vovworld/ບຸກໂຈມຕີ
Related
More






