ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Kim Jong-un ການນຳ ສປປ.ເກົາຫຼີ(ພາບ: TTXVN)

ໃນນັ້ນ ໄດ້ຢັ້ງຢືນຄືນໃໝ່ຄວາມມຸ່ງມາດປາດຖະໜາຂອງ ພຽງຢາງກ່ຽວກັບສັນຕິພາບແບບຍາວນານຢູ່ແຫຼມເກົາຫຼີ, ພ້ອມທັງຮຽກຮ້ອງໃຫ້ ສ.ເກົາຫຼີ ແລະ ອາເມລິກາ ປະຕິບັດບັນດາຖະແຫຼງການຮ່ວມມຸ່ງໄປເຖິງການຍົກສູງບັນດາການພົວພັນສອງຝ່າຍ. ບົດຂຽນໄດ້ຢັ້ງຢືນເຖິງຫຼັກໝັ້ນສະເໝີຕົ້ນສະເໜີປາຍຂອງ ສປປ.ເກົາຫຼີ ແມ່ນສ້າງຕັ້ງການພົວພັນໃໝ່ລະຫວ່າງສອງພາກເກົາຫຼີ ແລະ ສ້າງພື້ນຖານສັນຕິພາບແບບຍາວນານ ແລະ ໝັ້ນຄົງໃຫ້ເໝາະສົມກັບບັນດາຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝໃໝ່. ນອກຈາກນັ້ນ, ບົດໜັງສືພິມກໍ່ໄດ້ຍົກອອກຢ່າງຈະແຈ້ງວ່າ ຖ້າ ຫາກ ສ.ເກົາຫຼີ ມີຄວາມຫວັງ ຢາກປັບປຸງການພົວພັບຂ້າມຊາຍແດນຢ່າງແທ້ຈິງນັ້ນ , ເຊີອຸນ ຄວນປະຕິບັດບັນດາຂໍ້ຕົກລົງສອງຝ່າຍໃນອະດີດຕະການດ້ວຍຄວາມຈິງໃຈເພື່ອແນໃສ່ຊຸກຍູ້ການໄກ່ເກ່ຍ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງທາງການທະຫານ.