ໃນວາລະປະຊຸມທຳອິດຂອງຄະນະບໍລິຫານໂຄງການ ບ້ວງເງິນເຊື່ອມຕໍ່ແບບຍືນຍົງລະຫວ່າງ ອາຊຽນ - ອີຢູ ກ່ຽວກັບດ້ານການຄ້າ (SCOPE Trade) ທີ່ໄດ້ດຳເນີນໃນວັນທີ 29 ເມສາ, ຢູ່ສຳນັກງານຄະນະເລຂາ ອາຊຽນ (ຈາກາຕາ, ອິນໂດເນເຊຍ), ທ່ານ ຫງວຽນແອັງດຶກ, ທີ່ປຶກສາ, ຫົວໜ້າຜູ້ຕາງໜ້າເສດຖະກິດ ຫວຽດນາມ ປະຈຳ ອາຊຽນ ພ້ອມດ້ວຍທ່ານ Jerome Pons ຫົວໜ້າຄະນະຮ່ວມມື, ຄະນະຜູ້ແທນ EU ປະຈຳ ອາຊຽນ ເປັນປະທານຮ່ວມ.
ດ້ວຍງົບປະມານປະມານ 23,4 ລ້ານ USD ໃນໄລຍະ 2025 – 2029, SCOPE Trade ແມ່ນຂໍ້ລິເລີ່ມຈຸດສຸມໃນບ້ວງເງິນເຊື່ອມຕໍ່ແບບຍືນຍົງລະຫວ່າງ ອາຊຽນ - EU, ເພື່ອແນໃສ່ຊຸກຍູ້ການເຊື່ອມໂຍງເສດຖະກິດ ອາຊຽນ ແລະ ເພີ່ມທະວີການຮ່ວມສຳພັນເສດຖະກິດລະຫວ່າງສອງພາກພື້ນ. ໂຄງການໄດ້ສຸມໃສ່ 3 ເສົາຄ້ຳຫຼັກ, ລວມມີ: ປັບປຸງນະໂຍບາຍໃຫ້ສົມບູນແບບ ແລະ ສ້າງເງື່ອນໄຂສະດວກດ້ານການຄ້າ; ຊຸກຍູ້ການເຊື່ອມຕໍ່ດີຈີຕອນ; ພັດທະນາລະບົບມູນຄ່າແບບຍືນຍົງ.
ຢູ່ ຫວຽດນາມ, ໂຄງການນີ້ໄດ້ໜູນຊ່ວຍການສຳຫຼວດກວດຄືນບັນຊີລາຍຊື່ຄຳໝັ້ນສັນຍາລົງທຶນຕາມສົນທິສັນຍາຮ່ວມມືຮອບດ້ານ ອາຊຽນ (ACIA) ແລະ ການຈັດຕັ້ງບັນດາການເຄື່ອນໄຫວຍົກສູງກຳລັງຄວາມສາມາດຮັບໃຊ້ການເຈລະຈາສົນທິສັນຍາກອບເສດຖະກິດເຕັກນິກດີຈີຕອນ ອາຊຽນ (DEFA).
ນັກຂ່າວ VOV ປະຈຳ ອິນໂດເນເຊຍ





