ສິ່ງ​ດັ່ງ​ກ່າວ​ສ້າງ​ຂີດ​ໝາຍ​ໃຫ້​ແກ່​ການ​ຊຸດ​ໂຊມຫຼາຍ​ພໍ​ສົມ​ຄວນ ເມື່ອ​ທຽບ​ໃສ່​ໄລ​ຍະ​ກ່ອນ​ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ເຮັກ​ໂບ​ລາ ເກີດ​ຂຶ້ນ​ຄືນ​ໃໝ່ໃນ​ວັນ​ທີ 2 ມີ​ນາ, ດ້ວຍ​ການ​ຄາດ​ຄະ​ເນ​ກ່ອນ​ໜ້າ​ນັ້ນ​ແມ່ນ​ປະ​ມານ 874.000 ຄົນ ​​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ຂາດ​ຄວາ​ມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢ່າງ​ຮ້າຍ​ແຮງ.

ບົດ​ລາຍ​ງານ​ໄດ້​ຕີ​ລາ​ຄາ​ສາຍ​ເຫດ​ຂອງ​ການ​ຊຸດ​ໂຊ​ມ​ນີ້​ແມ່ນ​ຍ້ອນ​ການ​ປະ​ທະ​ກັນ, ການ​ອົບ​ພະ​ຍົບ ແລະ ຄວາມ​ກົດ​ດັນ​ດ້ານ​ເສດ​ຖະ​ກິດ. ສະ​ພາບ​ການ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢ່າງ​ຮ້າຍ​ແຮງ​ຈະ​ໜັກ​ໜ່ວງ​ຂຶ້ນ​ຕື່ມ​ຖ້າ​ບໍ່​ມີ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ ແລະ ວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ຢ່າງ​ທັນ​ການ ແລະ ຍືນ​ຍົງ.

ເຖິງວ່າ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ລີ​ບັງ ບັນ​ລຸ​ໄດ້​ໃນ​ວັນ​ທີ 16 ເມ​ສາ ແລ້ວ​ກໍ​ຕ​າມ, ແຕ່ ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ຍັງ​ຄົງ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ.

ນັກ​ຂ່າວ VOV ປະ​ຈຳ ອີ​ຢິບ