ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ທຸງ​ຊາດ ແລະ ດອກ​ໄມ້​ຊົມ​ເຊີຍ​ວັນ​ປະ​ເທດ​ຊາດ​ທ້ອນ​ໂຮມ​ເປັນ​ເອ​ກະ​ພາບ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທາງຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ທ່ຽວ​ເປັນ​ຈຳ​ນວນຫຼວງຫຼາຍ. ສະ​ເພາະ​ໃນ​ວັນ​ທີ 30 ເມ​ສາ, ມີ​ແຂກ​ທ່ອງ​ທ່ຽວກວ່າ 20.080 ເທື່ອ​ຄົນ ເຂົ້າ​ໄຫວ້​ອາ​ໄລ​ປະ​ທານ ໂຮ່​ຈີ​ມິນ ໃນ​ນັ້ນ ມີ​ແຂກ​ຕ່າງ​ປະ​ເທດກວ່າ 4.280 ຄົນ. ພ້ອມດຽວ​ກັນ​ນັ້ນ, ທາງ​ນະ​ຄອນ​ກໍ​ໄດ້​ຈັດຫຼາຍ​ກິດ​ຈະ​ກຳ​ວາງ​ສະ​ແດງ​ທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ.

ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ວັນ​ບຸນ “ປະ​ເທດ​ຊາດ​ທ້ອນ​ໂຮມ​ປະ​ເທດ​ເອ​ກະ​ພາບ” ໄດ້​ຈັດ​ຫຼາກຫຼາຍກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ, ສ້າງ​ບັນ​ຍາ​ກາດ​ຄຶກ​ຄື້ນ​ມ່ວນ​ຊົນ​ໃນ​ໝູ່​ປະ​ຊາ​ຊົນ. ແຂ​ກ​ທ່ອງ​ທ່ຽວ Richard Evans ມາ​ຈາກ Wales, ລາ​ຊະ​ອ​າ​ນາ​ຈັກ​ ອັງ​ກິດ ແບ່ງ​ປັນ​ວ່າ ລາວ​ມີ​ຄວາມ​ໂຊກ​ດີ​ທີ່​ໄດ້​ມາ​ທ່ຽວ​ຢູ່ ຫວຽດ​ນາມ ໃນ​ຊຸມ​ວັນ​ນີ້.

ຢູ່ ຫາຍ​ຟ່ອງ, ເກີນ​ເທີ ກໍ​ໄດ້​ຈັດຫຼາຍ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ງານ​ບຸນ​ຕ່າງໆ​ຢ່າງ​ຄຶກ​ຄັກ.