VOV WorldVOV World
ໜູນ​ຊ່ວຍ​ກຳ​ມະ​ກອນ, ຜູ້​ອອກ​ແຮງ​ງານ​ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງນອນ​ຕ້ອນ​ຮັບ​ບຸນ​ເຕັດ
13/02/2026 11:08
(VOVWORLD) - ຕອນເຊົ້າວັນທີ 13 ກຸມພາ, ຢູ່ສູນວາງສະແດງງານຕະຫຼາດນັດນະຄອນ ດ່າໜັງ, ສະຫະພັນແຮງງານນະຄອນ ດ່າໜັງ ໄດ້ຈັດລາຍການ “ຖ້ຽວລົດກຳມະກອນ” ຈັດສົ່ງກຳມະບານຜູ້ປະສົບກັບຄວາມຫຍຸ້ງຍາກກັບຄືນເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ.
ໜູນ​ຊ່ວຍ​ກຳ​ມະ​ກອນ, ຜູ້​ອອກ​ແຮງ​ງານ​ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງນອນ​ຕ້ອນ​ຮັບ​ບຸນ​ເຕັດ
ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026, ສະຫະພັນແຮງງານນະຄອນ ດ່າໜັງ ໄດ້ຈັດ 105 ຖ້ຽວລົດເມບໍ່ເກັບຄ່າເພື່ອສົ່ງສະມາຊິກກຳມະບານ, ຜູ້ອອກແຮງງານເກືອບ 4.000 ຄົນທີ່ປະສົບກັບຄວາມຫຍຸ້ງຍາກກັບຄືນເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ.
TAG
VOV/VOVworld/​ຕ້ອນ​ຮັບ​ບຸນ​ເຕັດ/ຖ້ຽວບິນກຳມະບານ - ລະດູບານໃໝ່ປີ 2026

More