ຫວຽດນາມ ແລະ ຈີເລ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ
22/03/2012 11:30
ທ່ານປະທານປະເທດ Truong Tan Sang ແລະ ປະທານາທິບໍດີ ຈີເລ Sebastian Pinera Echenique ໄດ້ຕີລາຄາສູງການພັດທະນາອັນຈົບງາມຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ

ທ່ານປະທານປະເທດ Truong Tan Sang ແລະ ທ່ານປະທານາທິບໍດີ Sebastian Pinera Echenique ພາບ:TTXVN (vovworld) - ພິທີຕ້ອນຮັບທ່ານປະທານາທິບໍດີ ຈີເລ Sebastian Pinera Echenique ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງປະທານປະເທດຫວຽດນາມ Truong Tan Sang ໄດ້ຖືກຈັດຂຶ້ນຢ່າງສົມກຽດທີ່ສຳນັກງານປະທານປະເທດຢູ່ ຮ່າໂນ້ຍ. ທີ່ການເຈລະຈາພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດ Truong Tan Sang ແລະ ປະທານາທິບໍດີ ຈີເລ Sebastian Pinera Echenique ໄດ້ຕີລາຄາສູງການພັດທະນາອັນຈົບງາມຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ ແລະ ເຫັນດີຈະຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງສອງຝ່າຍເປັນປະຈຳ, ການເຄື່ອນໄຫວທາບທ່າມດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ, ນຳຄະນະກຳມະການຮ່ວມມືລະຫວ່າງລັດຖະບານຫວຽດນາມ ແລະ ຈີເລ ເຂົ້າເຄື່ອນໄຫວຢ່າງວ່ອງໄວ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຊຶ່ງທັງສອງຝ່າຍມີທ່າແຮງ. ການນຳທັງສອງທ່ານ ກໍເຫັນດີສືບຕໍ່ເພີ່ມທະວີການປະສານສົມທົບ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາອົງການ, ເວທີປາໄສຫລາຍຝ່າຍຄື: ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ, APEC, WTO ແລະອື່ນໆ. ພາຍຫລັງການເຈລະຈາ, ທ່ານປະທານປະເທດ Truong Tan Sang ແລະ ປະທານາທິບໍດີ ຈີເລ Sebastian Pinera Echenique ໄດ້ລົງນາມໃນຖະແຫລງການຮ່ວມຫວຽດນາມ ຈີເລ, ໃນນັ້ນ ເພີ່ມທະວີການຮ່ວມມືສອງຝ່າຍໃນທຸກຂົງເຂດ. ທີ່ການພົບປະກັບນັກຂ່າວພາຍຫລັງການເຈລະຈາ, ທ່ານປະທານປະເທດ Truong Tan Sang ຢືນຢັນວ່າ: ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງປະທານາທິບໍດີ ຈີເລ ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຈີເລເຂົ້າສູ່ລວງເລີກ ແລະ ພັດທະນາຂຶ້ນສູ່ລະດັບສູງໃຫມ່. ທ່ານປະທານປະເທດ Truong Tan Sang ເວົ້າວ່າ:
TAG
ຈີເລ
Related
More







