VOV WorldVOV World
ຫວຽດນາມ ແມ່ນແບບຢ່າງກ່ຽວກັບການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ
06/04/2013 09:19
ໃນ​ລະຫວ່າງ ວັນ​ທີ 4 – 5/4, ຢູ່​ນະຄອນຫຼວງ ປາຣີ, ປະ​ເທດ​ຝຣັ່ງ ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​ທົ່ວ​ໂລກ​ປີ 2013 ຂ​ອງ​ອົງການ​ຮ່ວມ​ມື ​ແລະ ພັດທະ​ນາ​ເສດຖະກິດ (ຫຼື OE​​CD)
ຫວຽດນາມ ແມ່ນແບບຢ່າງກ່ຽວກັບການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ
ທ່ານ​ເລຂາທິການ​ໃຫຍ່​ອົງການ​ OE​​CD Angel Gurria ກ່າວຄຳເຫັນໄຂເວທີປາໄສ (vovworld) - ​ໃນ​ລະຫວ່າງ ວັນ​ທີ 4 – 5/4, ຢູ່​ນະຄອນຫຼວງ ປາຣີ, ປະ​ເທດ​ຝຣັ່ງ ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​ທົ່ວ​ໂລກ​ປີ 2013 ຂ​ອງ​ອົງການ​ຮ່ວມ​ມື ​ແລະ ພັດທະ​ນາ​ເສດຖະກິດ (ຫຼື OE​​CD). ດ້ວຍ​ຫົວ​ຂໍ້​ວ່າ “ວິທີ​ສຳ​ພັດ​ທີ່ມີ​ຫົວຄິດ​ປະດິດ​ສ້າງ​​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ສັງ​ຄົມ ​ແລະ ຄວາມ​ກ້າວໜ້າ”, ​ເວທີ​ປາ​ໄສ​ທົ່ວ​ໂລກ ກ່ຽວ​ກັບ​ການ​ພັດທະນາ 2013 ຂອງອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດ​ຖະກິດ​ປີ​ນີ້​​ໄດ້​ຍົກ​ອອກ​ຄຳ​ນິຍາມ​​ໃໝ່​ທີ່​ວ່າ “​ເຊື່ອມ​ຕໍ່​ສັງ​ຄົ​ມ” ຄື​ດັ່ງ​ໄມ້​ວັດ​ແທກກ່ຽວ​ກັບ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມ​ທຸກ​ຍາກ. ກ່າວ​ຄຳ​ເຫັນ​​ໄຂ​ເວທີ​ປາ​ໄສ, ທ່ານ​ເລຂາທິການ​ໃຫຍ່​ອົງການ​ OE​​CD Angel Gurria ​ໃຫ້​ຮູ້​ວ່າ: ​ໂລກ ​ເປັນ​ສັກຂີ​ພິຍານ​ບັນດາ​ວຽກ​ງານດີ​ເດັ່ນ ກ່ຽວ​ກັບການ​ລົບ​ລ້າງຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມ​ທຸກ​ຍາກ ​ແລະ ຖື​ວ່າ ຫວຽດນາມ ​ແມ່ນ​​ແບບຢ່າງ​ທຳ​ອິດ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ວິທີ​ສຳ​ພັດ​ໃໝ່ ກ່ຽວ​ກັບ “​ການເຊື່ອມ​ຕໍ່​ສັງ​ຄົ​ມ” ​ໃນ​ການ​ລົບ​ລ້າງຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມ​ທຸກ​ຍາກ ຢູ່​​ໃນປະ​ເທດ​ພວມ​ພັດທະນາ.         ຜູ້ຕາງໜ້າ ຫວຽດນາມ ທ່ານ ຈິ້ງ​ກົງ​ແຄງ, ຫົວໜ້າ​ກົມນະ​ໂຍບາຍ​ຊົນ​ເຜົ່າ​ ຂຶ້ນ​ກັບ​ຄະນະ​ກຳມະການ​ຊົນ​ເຜົ່າ ຫວຽດນາມ ມີ​ບົດ​ກ່າວ​ປາ​ໄສ​ທີ່​ວາລະ​ປະຊຸມ​ຄັ້ງ​ທີ 2 ຂອງ​ເວທີ​ປາ​ໄສ​ດ້ວຍ​ຫົວ​ຂໍ້​ວ່າ: “ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ບັນດາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ ຫວຽດນາມ, ຈາກ​​ແງ່​ມູມ​ຂ​ອງການ​ເຊື່ອມ​ຕໍ່​ສັງຄົມ”. ທ່ານ ຈິ້ງ​ກົງ​ແຄງ, ​ໃຫ້​ຮູ້​ວ່າ:
TAG
ເວທີປາໄສ

More