ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ
24/10/2019 08:51
(VOVWORLD) - ວັນທີ 23 ຕຸລາ, ຢູ່ນະຄອນຫຼວງ Baku, ປະເທດ ອາແຊັກໄບຢານກອງປະຊຸມລັດຖະມົນຕີຂະບວນການບໍ່ຮ່ວມກຸ່່ມ ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດ ອາແຊັກໄບຢານ Elmar Mammadyarov.

ກອງປະຊຸມໄດ້ສຸມໃສ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ກໍຄືປະຕິບັດສໍາເລັດວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 18. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວ໊ກຢຸງ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
TAG
VOV/VOVworld/ອາແຊັກໄບຢານ/ຂະບວນການບໍ່ຮ່ວມກຸ່ມ
Related
More






