ອີຣານ ບໍ່ຂາຍນ້ຳມັນໃຫ້ບັນດາ ປະເທດບໍ່ໃກ້ຊິດສະໜິດສະໜົມ
21/02/2012 08:11
ອີຣານ ບໍ່ຂາຍນ້ຳມັນໃຫ້ບັນດາ ປະເທດບໍ່ໃກ້ຊິດສະໜິດສະໜົມ

ສຳນັກງານກະຊວງນ້ຳມັນບໍ່ ອີຣານ (ພາບ:tienphong.vn) ( vovworld ) –ວັນທີ 20/2, ອີຮານ ສືບຕໍ່ປະກາດຈະຢຸດການສະໜອງນ້ຳມັນໃຫ້ບາງປະເທດເອີລົບ ຖ້າຫາກບັນດາປະເທດນີ້ຍັງມີການກະທຳ “ບໍ່ສະໜິດສະໜົມ“ ກັບ ອີຣານ. ຕາມທ່ານ Javad Ouji ຮອງລັດຖະມົນຕີກະຊວງນຳມັນບໍ່ ອີຣານ ແລ້ວ, ໃນໄລຍະທີ່ຈະມາເຖິງ, ອີຣານ ຈະຊອກຫາບັນດາລູກຄ້າໃໝ່. ກ່ອນໜ້ານັ້ນ, ອີຣານ ໄດ້ຢຸດການສະໜອງນຳມັນໃຫ້ອັງກິດ ແລະ ຝະລັ່ງ ເພື່ອແກ້ແຄ້ນເລື່ອງສະຫະພາບເອີລົບ ຮັດແໜ້ນຄຳສັ່ງລົງໂທດດ້ານເສດຖະກິດທີ່ມີຕໍ່ ອີຣານ. ໃນເດືອນກ່ອນ, ສະຫະພາບເອີລົບຕົກລົງຈັດວາງຄຳສັ່ງຂວ້ຳບາດນ້ຳມັນບໍ່ສຳລັບປະເທດສາທາລະນະລັດອິດຊະລາມນີ້ ນັບແຕ່ວັນທີ 1/7 ທີ່ຈະມາເຖິງ.
TAG
ອີຣານ ບໍ່ຂາຍນຳມັນ
Related
More





