VOV WorldVOV World
ການເຄື່ອນໄຫວຕອບສະຫນອງວັນສິ່ງແວດລ້ອມໂລກ
03/06/2012 08:55
ງານ​ຊຸມນຸມ​ມິດ​ຕິງ ຕອບ​ສະຫນອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ (5/6) ​ແລະ ປີ​ສາກົນ​ກ່ຽວ​ກັບ​ພະລັງງານ​ໝັ້ນຄົງ 2012 ​ຖືກຈັດຂຶ້ນ ຢູ່ ນະຄອນ ຮ້າລອງ
ການເຄື່ອນໄຫວຕອບສະຫນອງວັນສິ່ງແວດລ້ອມໂລກ
ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ປູກຕົ້ນໄມ້ຕອບສະຫນອງວັນ ສິ່ງແວດລ້ອມໂລກ (vovworld) -  ຕອນເຊົ້າວັນທີ 3/6 ຢູ່ ນະຄອນ ຮ້າລອງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການ ປະຊາຊົນ ​ແຂວງ ກວ໋າງນີງ ຈັດ​ຕັ້ງ​ງານ​ຊຸມນຸມ​ມິດ​ຕິງ ຕອບ​ສະຫນອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ (5/6) ​ແລະ ປີ​ສາກົນ​ກ່ຽວ​ກັບ​ພະລັງງານ​ໝັ້ນຄົງ 2012 ​ໂດຍ ສະຫະ​ປະຊາ​ຊາດ​ປຸກລະດົມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Hoang Trung Hai ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໄດ້​ກາ​ຍ​ເປັນ​ຫນ້າ​ທີ່​ເປັນ​ປະຈຳ​ຂອງ​ທັງ​ລະບົບ​ການ​ເມືອງ, ງົບ​ປະມານ​ທີ່​ສະຫງວນ​ໃຫ້​ແກ່​ວຽກ​ງານ​ນີ້​ບໍ່​ຕຳ່​ກວ່າ​ລະດັບ 1% ຍອດ​ລາຍ​ຈ່າຍ​ງົບ​ປະມານ​ໃນ​ແຕ່ລະ​ປີ. ຄວາມ​ຮັບ​ຮູ້​ລວມຂອງ​ສັງຄົມ​ກ່ຽວ​ກັບ​ກາ​ນປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ແລະ ບັນຫາ​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ​ກໍ​ພວມ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ. ກ່ຽວ​ກັບ​ການ​ສຳ​ພັດ​ທາງ​ດ້ານ​ເສດຖະກິດ​ຂຽວ​,​ ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ຊີ້​ແຈງ​ວ່າ:        
TAG
ສິ່ງແວດລ້ອມ

More