ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່CholChnamThmayຂອງຊາວເຜົ່າຂະແມຢູ່ພາກໃຕ້ຫວຽດນາມ
12/04/2015 08:19
(vovworld)-ວັນທີ 11/4, ຢູ່ວັດ Candaransi ເມືອງ 3 ນະຄອນ ໂຮ່ຈິມີນ ໄດ້ດຳເນີນການພົບປະສັງສັນບັນດາສາສະນີກະຊົນ

ທີ່ການພົບປະສັງສັນເນື່ອງໃນໂອກາດບຸນປີໃຫມ່ Chol Chnam Thmay ພາບ:baotintuc.vn (vovworld)-ວັນທີ 11/4, ຢູ່ວັດ Candaransi ເມືອງ 3 ນະຄອນ ໂຮ່ຈິມີນ ໄດ້ດຳເນີນການພົບປະສັງສັນບັນດາສາສະນີກະຊົນ, ນັກຮຽນ, ນັກສຶກສາ, ປັນຍາຊົນຊຶ່ງແມ່ນຊາວຊົນເຜົ່າຂະແມພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ນະຄອນໂຮ່ຈິມີນ, ບັນດາແຂວງທາງທິດຕາເວັນອອກພາກໃຕ້ຫວຽດນາມ ແລະ ຈັດຕັ້ງບັນດາການເຄື່ອນໄຫວຕ້ອນຮັບປີໃຫມ່ Chol Chnam Thmay. ບັນດາພິທີການທີ່ເປັນມູນເຊື້ອຖືກຈັດຂຶ້ນ ໃນບັນຍາກາດເບິກບານມ່ວນຊື່ນ ແລະ ອົບອຸ່ນ. ທ່ານ ຟ້າມຢູງ, ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ, ຫົວຫນ້າຄະນະສາສະຫນາລັດຖະບານເນັ້ນຫນັກວ່າ: ບັນດາການເຄື່ອນໄຫວນີ້ ຈະປະກອບສ່ວນຮັກສາ ແລະ ເສີມຂະຫຍາຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຊາວ ຂະແມ.
TAG
vovworld/ປັນຍາຊົນ
Related
More






