ການເຄື່ອນໄຫວກໍ່ສ້າງເປີດກ້ວາງເກາະດອນຂອງຈີນຢູ່ໝູ່ເກາະເຈືອງຊາແມ່ນຜິດກົດໝາຍ
25/06/2015 12:05
(vovworld)- ໃນການປະຊຸມຂ່າວສາມັນຂອງກະຊວງການຕ່າງປະເທດຫວຽດນາມເມື່ອວັນທີ 25/6....

ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງ (vovworld)- ໃນການປະຊຸມຂ່າວສາມັນຂອງກະຊວງການຕ່າງປະເທດຫວຽດນາມເມື່ອວັນທີ 25/6, ໂຄສົກ ກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງໄດ້ໃຫ້ຮູ້ກ່ຽວກັບປະຕິກິລີຍາຂອງຫວຽດນາມຕໍ່ໜ້າຄຳປາໄສຂອງ ໂຄສົກກະຊວງການຕ່າງປະເທດຈີນ ລູຄາງ ເມື່ອມໍ່ໆມານີ້ ຊຶ່ງໄດ້ຖືວ່າ : ການກ່ໍ່ສ້າງເກາະຕ່າງໆຢູ່ທະເລຕາເວັນອອກແມ່ນຢູ່ໃນບໍລິເວນທີ່ມີອະທິປະໄຕຂອງຈີນ, ຖືກຕ້ອງ, ເໝາະສົມ. ກ່ຽວກັບບັນຫານີ້ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງ ຢືນຢັນວ່າ : “ບັນດາການເຄື່ອນໄຫວກໍ່ສ້າງເປີດກ້ວາງເກາະດອນທີ່ມີຂອບຂະໜາດໃຫຍ່ຂອງຈີນຢູ່ໝູ່ເກາະເຈືອງຊາແມ່ນຜິດກົດໝາຍ; ບໍ່ສາມາດປ່ຽນແປງຄວາມຈິງທີ່ວ່າ ຫວຽດນາມມີພື້ນຖານດ້ານກົດໝາຍ ແລະ ພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢຶນອະທິປະໄຕຂອງຕົນທີ່ມີຕໍ່ໝູ່ເກາະເຈືອງຊາ. ຫວຽດນາມຮຽກຮ້ອງຈີນຈົ່ງຢຸດຕິບັນດາການເຄື່ອນໄຫວນີ້ໃນທັນທີ່, ເຄົາລົບອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະເຈືອງຊາ, ຮ່ວາງຊາ, ປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ, ບໍ່ຄວນມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນ ແລະ ເຮັດໃຫ້ປ່ຽນແປງສະພາບເດີມຢູ່ທະເລຕາເວັນອອກ”
TAG
vov/vovworld/ໂຄສົກ
Related
More






