VOV WorldVOV World
ການນຳ ຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ
29/11/2019 06:48
(VOVWORLD) -ຕອນບ່າຍວັນທີ 28 ພະຈິກ, ທີ່ເທດສະບານເມືອງ ຟອງດ່ຽນ, ນະຄອນ ເກິນເທິ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ບັນດາສະມາຊິກສະພາແຫ່ງຊາດຢູ່ຫົວໜ່ວຍເລືອກຕັ້ງເລກທີ 1, ຄະນະສະມາຊິກສະພາແຫ່ງຊາດນະຄອນ ເກິນເທິ ໄດ້ດຳເນີນການພົບປະກັບຜູ້ມີສິດເລືອກຕັ້ງ.
ການນຳ ຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ
 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງ         ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຮັບຊາບບັນດາເນື້ອໃນສຳຄັນ ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XIV ໄດ້ປຶກສາຫາລື ແລະ ປະກອບຄຳເຫັນ.     ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ຍົກອອກຄຳເຫັນກ່ຽວກັບບັນດາກິດຈະການຄົມມະນາຄົມທີ່ຊຸດໂຊມຢ່າງຮ້າຍແຮງ; ຂໍ້ຄົງຄ້າງຂອງປະຊາຊົນໃນການປະຕິບັດບັນດາລະບຽບການບໍລິຫານທີ່ກ່ຽວຂ້ອງທີ່ດິນ; ຄວາມວິຕົກກັງວົນກ່ຽວກັບເຂດທົ່ງພຽງແມ່ນ້ຳຂອງຈະຖືກໄພນ້ຳຖ້ວມຢ່າງຮ້າຍແຮງ…ເມື່ອຕອບຄຳຖາມດັ່ງກ່າວ, ທ່ານນາງປະທານສະພາແຫ່ງຊາດໄດ້ເນັ້ນໜັກວ່າ: ບັນດາບັນຫາດັ່ງກ່າວ ພັກ, ລັດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ພວມໄດ້ມີການປຶກສາຫາລືຢ່າງລະອຽດ ແລະ ໄດ້ມີບັນດາແຜນການ, ໂຄງການຍຸດທະສາດລະດັບຊາດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.  ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ (ພາບ: TTXVN)         ແລະກໍ່ໃນວັນທີ 28 ພະຈິກ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ພ້ອມດ້ວຍໜ່ວຍສະມາຊິກສະພາແຫ່ງຊາດເລກທີ 1, ແຂວງ ດົ່ງນາຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ລອງແທ່ງ ແລະ ນະຄອນ ບຽນຮ່ວາ ແຂວງ ດົ່ງນາຍ.
TAG
VOV/VOVworld/ການນຳ/ຜູ້ມີສິດເລືອກຕັ້ງ/ສະ​ພາ​ແຫ່ງ​ຊາດ

More