ການພົບປະແລກປ່ຽນວັດທະນະທຳລະຫວ່າງນຶກສຶກສາປະເທດຕ່າງໆຢູ່ລາວຄັ້ງທີ 1
17/02/2016 12:26
(vovworld)- ຕອນເຊົ້າວັນທີ 17/2, ຢູ່ມະຫາວິທະຍາໄລແຫ່ງຊາດລາວທີ່ນະຄອນຫຼວງວຽງຈັນໄດ້ດຳເນີນການພົບປະແລກປ່ຽນ

ງານແລກປ່ຽນປ່ຽນວັດທະນະທຳນັກສຶກສານາໆຊາດຢູ່ມະຫາວິທະຍາໄລແຫ່ງຊາດລາວ (vovworld)- ຕອນເຊົ້າວັນທີ 17/2, ຢູ່ມະຫາວິທະຍາໄລແຫ່ງຊາດລາວທີ່ນະຄອນຫຼວງວຽງຈັນໄດ້ດຳເນີນງານພົບປະແລກປ່ຽນ ແນະນຳຈຸດພິເສດສະເພາະທາງດ້ານວັດທະນະທຳລະຫວ່າງນັກສຶກສາປະເທດຕ່າງໆຊຶ່ງພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດລາວ. ເຂົ້າຮ່ວມການພົບປະແລກປ່ຽນມີບັນດານັກສຶກສາລາວ, ຫວຽດນາມ, ກຳປູເຈຍ, ສ. ເກົາຫຼີ, ຈີນ. ໂຮ່ເຢືອງ ນັກສຶກສາຫວຽດນາມປີທີ 3 ພະແນກວັນນະຄະດີພາສາສາດ, ມະຫາວິທະຍາໄລແຫ່ງຊາດລາວ ເປີດເຜີຍວ່າ : “ເຂົ້າຮ່ວມການພົບປະແລກປ່ຽນໃນຄັ້ງນີ້, ພວກນ້ອງຢາກແນະນຳຈຸດພິເສດສະເພາະທາງດ້ານວັດທະນະທຳຂອງຫວຽດນາມໃຫ້ແກ່ບັນດາເພື່ອນມິດສາກົນອ, ນັກສຶກສາ, ຄູ່ອາຈານພວມສິດສອນຢູ່ ມະຫາວິທະຍາໄລແຫ່ງຊາດລາວ. ໃນ ການພົບປະແລກປ່ຽນ, ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຢູ່ ມະຫາວິທະຍາໄລແຫ່ງຊາດລາວ ມີ 3 ລາຍການເຊັ່ນ: ລາຍການແນະນຳອາຫານການກິນຂອງຫວຽດນາມ, ລາຍການສະແດງຊຸດອາພອນພື້ນເມືອງ ແລະ ລາຍການຟ້ອນ ແລະ ຂັບຮ້ອງ. ”
Related
More






