VOV WorldVOV World
ການພົບປະສັງສັນທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານຫວຽດນາມຊ່ວຍການປະຕິວັດລາວ
27/10/2019 09:18
(VOVWORLD) -ວັນທີ 26 ຕຸລາ ຢູ່ ນະຄອນ ວີງ ແຂວງ ເງ້ອານ, ມີຜູ້ແທນກວ່າ 300 ຄົນ ຊື່ງແມ່ນອະດີດຜູ້ຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ໄດ້ຮຽງບ່າຮຽງໄລ່ກັບກອງທັບປະຊາຊົນລາວ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ໄດ້ເຂົ້າຮ່ວມການພົບປະສັງສັນທີ່ເປັນມູນເຊື້ອ.
ການພົບປະສັງສັນທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານຫວຽດນາມຊ່ວຍການປະຕິວັດລາວ
 ບັນດາຜູ້ແທນເຂົ້າຮ່ວມການພົບປະສັງສັນ ພາບ: baoHa tinh  ນະທີ່ນີ້ ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອ 70 ປີຂອງກຳລັງຜູ້ຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ໄດ້ຮຽງບ່າຮຽງໄລ່ກັບກອງທັບປະຊາຊົນລາວ, ອຳນາດການປົກຄອງ ແລະ ປະຊາຊົນລາວບັນດາເຜົ່າໃນການຕໍ່ສູ້, ກໍ່ສ້າງກຳລັງ. ທ່ານ ດັ້ງຮຸ່ງເກ, ປະທານ ສະມາຄົມທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານ ຊ່ວຍການປະຕິບັດລາວ ສາຂາ ແຂວງ ເງ້ອານ ໄດ້ເນັ້ນຫນັກວ່າ: “ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຊ່ວຍການປະຕິວັດລາວ  ແມ່ນຂົວຕໍ່ແຫ່ງການພົວພັນມິດຕະພາບ ຫວຽດນາມ - ລາວ. ປະຈຸບັນ ອະດີດທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອ ແມ່ນ ຕົວພະຍານປະຫວັດສາດ ເພື່ອສຶກສາມູນເຊື້ອອັນດີງາມນີ້ໃຫ້ແກ່ລຸ້ນຫນຸ່ມ.”  
TAG
VOV/VOVworld/ການທະຫານ

More