VOV WorldVOV World
ການປ່ຽນແປງຂອງດິນຟ້າອາກາດ: IPCC ຮຽກຮ້ອງໃຫ້ກອບກູ້ເອົາບັນດາມະຫາສະໝຸດ
26/09/2019 08:51
(VOVWORLD) - ຫລຸດຜ່ອນອາຍພິດເຮືອນແກ້ວ ຫຼື ເຫັນປະຈັກຕາບັນດານະຄອນຖືກຈົມຢູ່ໃຕ້ນ້ຳທະເລ, ແມ່ນ້ຳລຳເຊບົກແຫ້ງ ແລະ ລະບົບຊີວະພາບມະຫາສະໝຸດຖືກທຳລາຍ.
ການປ່ຽນແປງຂອງດິນຟ້າອາກາດ: IPCC ຮຽກຮ້ອງໃຫ້ກອບກູ້ເອົາບັນດາມະຫາສະໝຸດ
ນັ້ນແມ່ນຄຳກ່າວເຕືອນທີ່ມີລັກສະນະປຸກລຸກຢ່າງແຮງຕໍ່ປະຊາຄົມສາກົນ, ໂດຍບັນດານັກວິທະຍາສາດເຂົ້າຮ່ວມກິດຈະກຳຄົ້ນຄວ້າພິເສດຂອງສະຫະປະຊາຊາດກ່ຽວກັບມະຫາສະໝຸດ ແລະ ຊັ້ນນ້ຳກ້າມໄດ້ຍົກອອກມາໃນວັນທີ 25 ກັນຍາ.  (ພາບປະກອບ)         ໃນບົດລາຍງານຕີລາຄາພິເສດ, ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (IPCC) ສັງກັດ ສະຫະປະຊາຊາດ ໄດ້ກ່າວເຕືອນສະພາບອຸ່ນຂຶ້ນໃນທົ່ວໂລກ ພວມທຳລາຍບັນດາມະຫາສະໝຸດ ແລະ ບັນດາເຂດນ້ຳກ້າມໃນໂລກ ຕາມບັນດາວິທີ ນາບຂູ່ມວນມະນຸດໂດຍກົງ. ບັນດາການກະທົບນີ້ ບໍ່ສາມາດຕ່າວປີ້ນໄດ້.
TAG
VOV/VOVworld/ດິນຟ້າອາກາດ/IPCC/ມະຫາສະໝຸດ

More