VOV WorldVOV World
ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສົ່ງສັນຍານບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດ
15/04/2026 07:50
[VOVWORLD] - ຕາມຂໍ້ສັງເກດຂອງວົງການນັກສັງເກດການ, ບົດບາດພູມສາດການເມືອງຂອງ ຫວຽດນາມ ເລີ່ມມີການປ່ຽນແປງ. ຫວຽດນາມ ເດີນຕາມ 2 ເປົ້າໝາຍຕົ້ນຕໍ
ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສົ່ງສັນຍານບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດ
260415 fm 02_0.jpg ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເດີນ​ທາງ​ໄປ​ຮອດ​ປະ​ເທດ ຈີນ (ພາບ: TTXVN)         ວັນ​ທີ 14 ເມ​ສາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເດີນ​ທາງ​ໄປ​ຮອດ​ປະ​ເທດ ຈີນ ໃນ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ໃນ​ຖາ​ນະ​ເປັນ​ຜູ້​ນຳ​ໜ້າ​ລັດ, ເປັນ​ການສົ່ງ​ສັນ​ຍານ​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດຂອງ ຫວຽດ​ນາມ.         ຕາມ​ຂໍ້​ສັງ​ເກດ​ຂອງວົງ​ການ​ນັກ​ສັງ​ເກດ​ການ, ບົດ​ບາດ​ພູມ​ສາດ​ການ​ເມືອງ​ຂອງ ຫວຽດ​ນາມ ເລີ່ມ​ມີ​ການ​ປ່ຽນ​ແປງ. ຫວຽດ​ນາມ ເດີນ​ຕາມ 2 ເປົ້າ​ໝາຍ​ຕົ້ນ​ຕໍແມ່ນ: ຮັກ​ສາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ. ທ່ານ ເລ​ຮົ່ງ​ຫ​ຽບ, ນັກ​ຄົ້ນ​ຄວ້າ​ຂັ້ນ​ສູງ ແລະ ​ນັກປະ​​ສານງານ​ໂຄງ​ການ​ຄົ້ນ​ຄວ້າ ຫວຽດ​ນາມ ຢູ່​ສະ​ຖາ​ບັນ ISEAS - Yusof Ishak, ສິງ​ກະ​ໂປ, ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ ອາດ​ຈະ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ກວ່າ​ໃນ​ອະ​ນາ​ຄົດ ຖ້​າ​ຮັກ​ສາ​ການ​ພັດ​ທະ​ນາ​ດ້ານ​ເສ​ດ​ຖະ​ກິດ ແລະ ມີ​ຫຼາຍ​ແຫຼ່ງ​ກຳ​ລັງ​ຕື່ມ​ອີກ.         ກໍ່​ມີ​ທັດ​ສະ​ນະ​ເຊ​ັ່ນ​ດຽວ​ກັນ​, ທ່ານ Lye Liang Fook, ນັກ​ຄ​ົ້ນ​ຄວ້າ​ຂັ້ນ​ສູງ​ຢູ່ ISEAS - Yusof Ishak ຖື​ວ່າ ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ, ຫວຽດ​ນາມ ຕ້ອງ​ຊອ​ກ​ຫາ​ໂອ​ກາດ​ຢູ່​ຕະ​ຫຼາ​ດ​ໃໝ່ ແລະ ຮ່ວມມ​ື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫ​ຼັ​ກ​ແຫຼ່ງ​ເພື່ອ​ສືບ​ຕໍ່​ເຕີບ​ໂຕ ແລະ ຮັກ​ສາ​ຄວາມເປັນ​ປົກ​ກະ​ຕ​ິ.
TAG
VOV/VOVWORLD/ປະ​​ສານງານ/​ໂຄງ​ການ/​ຄົ້ນ​ຄວ້າ