ວັນທີ 21 ສິງຫາ, ຄະນະກຳມະການເອີລົບ ແລະ 7 ປະເທດອື່ນໄດ້ພ້ອມກັນຂຶ້ນສຽງຮຽກຮ້ອງອິດສະລາແອັນ ຖອນຄືນແຜນການກໍ່ສ້າງເຂດຕັ້ງຖິ່ນຖານ E1 ຢູ່ເຂດຕາເວັນອອກແມ່ນ້ຳຈໍແດນ. ບັນດາປະເທດແມ່ນ ເອຢິບ, ໂອຕາລິດ, ແອັດສະປາຍ, ອົດສະຕາລີ, ນິວຊີແລນ, ຊູແອັດ ແລະ ແບນຊິກໄດ້ເຂົ້າຮ່ວມການຖະແຫຼງນີ້, ພາຍຫຼັງບັນດາການນຳຂອງອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ, ໂຮນລັງ, ການາດາ ແລະ ນອກແວ ໄດ້ຍົກອອກຖະແຫຼງການນີ້ໃນວັນທີ 20 ສິງຫາ. ການນຳບັນດາປະເທດກ່າວເຕືອນວ່າ ແຜນການນີ້ຈະແບ່ງແຍກເຂດຝັ່ງຕາເວັນອອກແມ່ນ້ຳຈໍແດນ, ກໍ່ຜົນເສຍຫາຍຕໍ່ລັກສະນະຄົບຖ້ວນຂອງຜືນແຜ່ນດິນຂອງບັນດາເຂດດິນແດນປາແລັດສະຕິນ ແລະ ທຳລາຍແງ່ຫວັງມາດຕະການສອງລັດ. ຄະນະກຳມະການເອີລົບ ຍັງໃຫ້ຄຳໝັ້ນສັນຍາມຸ່ງໄປເຖິງພື້ນຖານສັນຕິພາບຢ່າງມີຄວາມຍຸຕິທຳ ແລະ ຍາວນານອີງຕາມບັນດາມາດຕະການສອງລັດ.







