ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ Patrick Achi ປະທານສະພາແຫ່ງຊາດກົດດີວົວ ຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 23 – 26 ສິງຫາ. ການຢ້ຽມຢາມໄດ້ດຳເນີນພາຍຫຼັງຂີດໝາຍປະຫວັດສາດສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ(6/10/1975 - 6/10/2025); ໂດຍແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈມິດຕະພາບແບບຍືນຍົງທີ່ໄດ້ເພີ່ມພູນຄູນສ້າງໃນໄລຍະ 50 ປີຜ່ານມາ, ພ້ອມທັງສະແດງຄວາມຕັດສິນໃຈຢ່າງແຮງຂອງການນຳສອງປະເທດໃນການນຳການພົວພັນສອງຝ່າຍ, ພິເສດແມ່ນການຮ່ວມມືລັດຖະສະພາ ແລະ ເສດຖະກິດ ການຄ້າກ້າວເຂົ້າສູ່ໄລຍະພັດທະນາໃໝ່ມີລວງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າ.







