ສະ​ຖາ​ບັນ ​ບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແມ່ນໜຶ່ງໃນຫ້າໜ່ວຍງານທີ່ຮັບຜິດຊອບໃນການກວດວິ​ໄຈຕົວຢ່າງ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ​ໃນ​ບັ້ນ 500 ​ວັນ ແລະ ຄືນ ຊອກ​ຫາ​ຊື່ ແລະ ນາມ​ສະ​ກຸນໃຫ້ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ. ຢູ່ຫ້ອງທົດລອງຂອງສູນກວດວິໄຈ ADN (​ຂຶ້ນ​ກັບສະ​ຖາ​ບັນ ບັນ​ດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ), ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໄດ້ດຳເນີນການເກັບຕົວ​ຢ່າງ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອຊາດ​ດ້ວຍ​ຂັ້ນ​ຕອນ​ພິ​ເສດ.

ໃນຕົວຢ່າງກະດູກຫຼາຍພັນຕົວຢ່າງທີ່ຖືກເກັບຮັກສາໄວ້ຢ່າງເຄັ່ງ​ຂັດພິຖີພິຖັນຢູ່ໃນ​ຫ້ອງເກັບຮັກສາ​ຕົວ​ຢ່າງ, ມີບາງຕົວຢ່າງ​ຍັງ​ເຫຼືອ​ພຽງ​ແຕ່ສິ້ນສ່ວນນ້ອຍໆ ຍ້ອນໄດ້ຝັງຢູ່ໃຕ້ດິນເປັນເວລາຫຼາຍກວ່າເຄິ່ງສະຕະວັດ. ສິ່ງທີ່ຍັງເຫຼືອຢູ່ພາຍໃນກະດູກແມ່ນ ADN ທີ່ຫັກຂາດ. ນີ້ແມ່ນເຫດຜົນທີ່ເຮັດ​ໃຫ້ການ​ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ກາຍ​ເປັນໜຶ່ງໃນວຽກງານທີ່ຫຍຸ້ງ​ຍາກທີ່ສຸດໃນວິທະຍາສາດ​ນິ​ຕິ​ວິ​ທະ​ຍາ. ທ່ານ ສາດສະດາຈານ ຈູຮວ່າງຮ່າ, ຮອງປະທານ​ສະ​ຖາບັນ ບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ຢືນຢັນວ່າ:

“ຂັ້ນ​ຕອນເຕັກໂນໂລຢີໃໝ່ນີ້ນຳໃຊ້ຕົວຊີ້ບອກ nucleotide ທີ່ຢູ່ໃນ​ບັນ​ດາ ADN ໂຄໂມໂຊມ (chromosome) ຂອງມະນຸດ. ບວກ​ກັບແບບວິທີການກວດຫາລຳດັບ nucleotide ລຸ້ນ​ໃໝ່ ເຊິ່ງຊ່ວຍໃຫ້ການກວດວິໄຈ ADN ອັ​ດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາ​ດ​ໄດ້​ຍົກ​ຂຶ້ນ​ສູ່​ບາດກ້າວໃໝ່. ພວກ​ເຮົາສາມາດປຽບທຽບກັບຍາດພີ່ນ້ອງທາງເລືອດຈົນເຖິງລຸ້ນທີສີ່. ສາ​ມາດກວດວິໄຈຕົວຢ່າງ ADN ທີ່ຫັກຂາດໄດ້. ນີ້​ແມ່ນ​ບາດກ້າວໜ້າ​ທີ່​ໃຫຍ່​ຫຼວງ​ໃນ​ການ​ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ຫວຽດນາມ”.

ເພື່ອ​ໃຫ້​ມີ​ຂັ້ນ​ຕອນນີ້, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຂອງ​ສູນ ບໍ່​ພຽງ​ແຕ່​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຊີ​ຈາກ​ຄະ​ນະ​ກຳ​ມະ​ການ​ສາ​ກົນ​ກ່ຽວ​ກັບ​ຜູ້​ຫາຍ​ສາບ​ສູນ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຄົ້ນ​ຄວ້າ, ດັດ​ປັບ ແລະ ສ້າງຄືນ​​ທຸກ​ຂັ້ນ​ຕອນໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ອັດ​ຖິ​ຢູ່ ຫວຽດ​ນາມ. ທ່ານ ​ປອ ເຈິ່ນ​ຈູງ​ແທ່ງ, ຜູ້ອຳນວຍການສູນກວດ​ວິ​ໄຈ ADN, ສະ​ຖາ​ບັນ​ຊີ​ວະ​ສາດ, ສ​ະ​ຖາ​ບັນບັນ​ດິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຊີ ຫວຽດ​ນາມ, ໃຫ​້​ຮູ້​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ເຖິງ​ຂັ້ນ​ຕອນເຕັກໂນໂລຊີໃໝ່ ທີ່ໄດ້ຮັບການຖ່າຍທອດມາ​ຂອງ​ບັນ​ດານັກວິທະຍາສາດສາກົນ ຈາກຄະນະກຳມະການສາກົນກ່ຽວກັບຜູ້ຫາຍສາບສູນ. ເຖິງຢ່າງໃດກໍ່ຕາມ, ສຳລັບ ຫວຽດນາມ, ເງື່ອນໄຂກ່ຽວກັບ​ຕົວ​ຢ່າງອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ແມ່ນ​ເງື່ອນ​ໄຂ​ພິ​ເສດ ແລະ ອາດຈະເປັນເລື່ອງຍາກທີ່ສຸດໃນໂລກ. ສະ​ນັ້ນ, ເກືອບຄືວ່າ ບໍ່ສາ​ມາດທີ່ຈະນຳໃຊ້ຂັ້ນຕອນທີ່ມີຢູ່ແລ້ວ. ​ບັນ​ດານັກວິທະຍາສາດມາ​ນະພະຍາຍາມຢ່າງໃຫຍ່ຫຼວງເພື່ອເຂົ້າ​ຮ່ວມ​ການ​ສ້າງ​ເຕັກ​ໂນ​ໂລ​ຊີນີ້​ໃຫ້​ມີຄວາມເໝາະສົມສູງສຸດ​”.

ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຈ່າລິ້ງ (ແຂວງ ກາວບັ່ງ), ເຕັກໂນໂລຊີໃໝ່ໄດ້ຖືກນຳໃຊ້ກັບຕົວຢ່າງ​ອັດ​ຖິຕົວຈິງ ແລະ ໃນເບື້ອງຕົ້ນສາມາດຢັ້ງ​ຢືນ​ໄດ້ກໍລະນີກົງກັບຍາດພີ່ນ້ອງ. ​ຫວ່າງ​ມໍ່ໆມານີ້, ​ຂັ້ນ​ຕອນດັ່ງກ່າວໄດ້ຖືກ​ຜັນ​ຂະ​ຫຍາຍ​ໃນຂອບຂະໜາດໃຫຍ່ກວ່າຢູ່​ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຣົ່ງ​ຣ່ຽງ, ແຂວງ ອານຢາງ, ໂດຍ​​ມີເກືອ​ບ 1.000 ຕົວ​ຢ່າງອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ທີ່​ໄດ້​ເກັບ​ມາເພື່ອ​ຮັບ​ໃຊ້​ການ​ກວດວິ​ໄຈ. ເຖິງຢ່າງໃດກໍ່ຕາມ, ຍັງ​ຕ້ອງ​ຍົກ​ສູງຄວາມສາມາດໃນການກວດວິ​ໄຈ​ຕື່ມ​ອີກ​ເພື່ອຕອບສະໜອງຄວາມຕ້ອງການຂອງບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ. ທ່ານ ປອ ວູແອັງຕວັນ, ພະນັກງານກວດວິໄຈ ສູນ​ກວດວິ​ໄຈ ADN, ໃຫ້​ຮູ້​ວ່າ:

“ເຕັກໂນໂລຊີໃໝ່ມັກຈະມາພ້ອມກັບຄວາມຮຽກ​ຮ້ອງທີ່ສູງກວ່າ​ກ່ຽວ​ກັບ​ລະ​ດັບ​ວິ​ທະ​ຍາ​ສາດ ແລະ ເຕັກນິກ. ດັ່ງນັ້ນ, ປັດໄຈມະນຸດຈຶ່ງມີຄວາມໝາຍຕັດ​ສິນຕໍ່ການ​ເປັນ​ເຈົ້າ​ການເຕັກໂນໂລຊີ. ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂັ້ນ​ຕອນ​ໃໝ່, ພວກ​ຂ້າ​ພະ​ເຈົ້າໄດ້​ເປັນ​ເຈົ້າ​ການກະກຽມ​ແຫຼ່ງຊັບພະຍາກອນມະນຸດ, ພ້ອມທີ່ຈະຮັບເອົາ, ເປັນ​ເຈົ້າການ ແລະ ​ເຄື່ອ​ນ​ໄຫວ​ບັນ​ດາ​ຂັ້ນ​ຕອນ​ເຕັກ​ໂນ​ໂລ​ຊີ​ທີ່ກ້າວ​ໜ້າ​ໃຫ​້​ມີ​ປະ​ສິດ​ທິ​ຜົນ”.

ອີງຕາມສະມັດຕະພາບໃນປະຈຸບັນ, ສູນກວດວິ​ໄຈ ADN ສາມາດກວດວິ​ໄຈ 4.000 ຕົວຢ່າງ/ປີ ໂດຍໃຊ້ວິທີການ mitochondrial ADN ແລະ ການກວດວິ​ໄຈປະມານ 1.000 ຄັ້ງໂດຍ​ນຳໃຊ້ເຕັກໂນໂລຢີໃໝ່. ​ທ່ານ ສຈ ຈູຮວ່າງຮ່າ, ຮອງປະທານ​ສະ​ຖາບັນ ບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ໃຫ້ຮູ້ວ່າ:

"ເພື່ອປະ​ຕິ​ບັດ​ສຳ​ເລັດເປົ້າໝາຍ​ຂອງ​ບັ້ນ​ເຄື່ອນ​ໄຫວ “500 ​ວັນ ແລະ ຄືນ” ໄດ້ຢ່າງວ່ອງໄວ ແລະ ມີຄວາມຮັບ​ປະ​ກັນ, ພວກເຮົາ​ຕ້ອງເກັບ​ເອົາຕົວຢ່າງທາງຊີວະວິທະຍາຈາກ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເກັບຮັກສາໄວ້ໃນເງື່ອນໄຂມາດຕະຖານ ເພື່ອບໍ່ໃຫ້​ບັນ​ດາ​ຕົວ​ຢ່າງ​ຖືກ​ເປື່ອຍສະຫຼາຍ. ສ້າງໄດ້ຖານຂໍ້ມູນ ADN ຂອງຍາດພີ່ນ້ອງນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ".

ເມື່ອ​ເປັນ​ເຈົ້າ​ການເຕັກໂນໂລຊີ, ​ແຫຼ່ງຊັບພະຍາກອນມະນຸດສືບຕໍ່ໄດ້​ເພີ່ມ​ຂຶ້​ນ ແລະ ຮາກ​ຖານຂໍ້ມູນ ADN ກໍ່ນັບ​ມື້​ນັບມີຄວາມສົມບູນ, ວິວັດການເດີນທາງຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ໃຫ້​ແກ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດຈະ​ມີ​ພື້ນ​ຖານວິທະຍາສາດ​ຢ່າງໜັກ​ແໜ້ນ​ຕື່ມ​ອີກ. ນັ້ນ​ກໍ່​ແມ່​ນວິທີທີ່ວິທະຍາສາດ ເຕັກໂນໂລຊີໃນປະຈຸບັນປະກອບສ່ວນເຂົ້າໃນຫຼັກ​ສິນ​ທຳ "ກິນ​ເຂົ້າ​ຄິດ​ຮອດ​ຄຸ​ນ​ນາ, ກິນ​ປາ​ຄິດ​ຮອດ​ຄຸ​ນ​ນ້ຳ" ຂອງຊາດ.