ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ປະສົບເຄາະຮ້າຍຈາກໄພນໍ້າຖ້ວມ.
26/08/2019 07:50
(VOVWORLD) - ວັນທີ 25 ສິງຫາ, ທ່ານ ເຈິ່ນແທັ່ງເໝິນ, ເລຂາທິການສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີການເຮັດວຽກກັບ ປະຈໍາຄະນະພັກແຂວງດັກລັກ ແລະ ບັນດາໝູ່ຄະນະແຂວງດັກລັກ ກ່ຽວກັບສະພາບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມໃນໄລຍະທີ່ຜ່ານມາ.

ທ່ານ ເຈິ່ນແທັງເໝິນ ສະເໜີແຂວງ ດັກລັກ ຕ້ອງໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ຟື້ນຟູການຜະລິດ ແລະ ນໍາການດໍາລົງຊີວິດຂອງປະຊາຊົນກັບຄືນສູ່ເປັນປົກກະຕິໂດຍໄວ. ທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ໜູນຊ່ວຍໃຫ້ແກ່ຄະນະກໍາມະການແນວໂຮມປະເທດຊາດແຂວງດັກລັກ ຈໍານວນເງິນ 800 ລ້ານດົ່ງ ເພື່ອກໍ່ສ້າງເຮືອນແຫ່ງຄວາມມະຫາສາມັກຄີ 20 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ຍ້ອນຖືກຜົນສະທ້ອນຈາກໄພນໍ້າຖ້ວມໃນໄລຍະທີ່ຜ່ານມາ.
TAG
VOV/VOVworld/ໄພນໍ້າຖ້ວມ/ດັກລັກ/ແນວໂຮມປະເທດຊາດ
Related
More





