ຄວນປະຕິບັດບັນດາມາດຕະການສ້າງຄວາມດຸ່ນດຽງໃນຕະຫຼາດແຮງງານເປັນຄົບຊຸດ
21/08/2014 06:26
ສະຖາບັນຄົ້ນຄ້ວາພັດທະນານະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການຜັນແປກ່ຽວກັບວຽກເຮັດງານທຳຢູ່ນະຄອນ ໂຮ່ຈີມິນ - ສະພາບການຕົວຈິງ ແລະ ບັນຫາວາງອອກ”
ພາບປະກອບ (vovworld) – ວັນທີ 20/8, ສະຖາບັນຄົ້ນຄ້ວາພັດທະນານະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການຜັນແປກ່ຽວກັບວຽກເຮັດງານທຳຢູ່ນະຄອນ ໂຮ່ຈີມິນ - ສະພາບການຕົວຈິງ ແລະ ບັນຫາວາງອອກ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ ຕະຫຼາດແຮງງານໃນປະຈຸບັນມີສະພາບຂາດຄວາມດຸ່ນດຽງລະຫວ່າງການສະໜອງ - ຄວາມຕ້ອງການ ແລະ ຄຸນນະພາບຊັບພະຍາກອນມະນຸດ. ເພື່ອແກ້ໄຂໄດ້ສະພາບການດັ່ງກ່າວ, ນະຄອນຕ້ອງປະຕິບັດບັນດາໝວດມາດຕະການຢ່າງຄົບຊຸດຄື: ປະຕິບັດສຳເລັດລະບົບຄາດຄະເນຄວາມຕ້ອງການດ້ານຊັບພະຍາກອນມະນຸດ ແລະ ຂໍ້ມູນຂ່າວຕະຫຼາດແຮງງານຂອງປະເທດ ແລະ ບັນດາແຂວງ, ນະຄອນ, ຕ້ອງສົມທົບກັນລະຫວ່າງບັນດາອົງການຄຸ້ມຄອງ ບຳລຸງສ້າງ ກັບບັນດາຫົວໜ່ວຍບໍລິການວຽກເຮັດງານທຳ, ຮາກຖານສອນວິຊາຊີບ, ບັນດາວິສາຫະກິດຕາມລະບົບມາດຖານ ແລະ ເປັນປະຈຳ, ຍູ້ແຮງວຽກງານຈັດສັນລະຫວ່າງການສຶກສາຂັ້ນມະຫາວິທະຍາໄລ ແລະ ສຶກສາສອນວິຊາຊີບ, ຍົກສູງຄຸນນະພາບການເຄື່ອນໄຫວຂອງບັນດາສູນແນະນຳວຽກເຮັດງານທຳ.
TAG
vovworld/vov/ຄຸ້ມຄອງ/ບຳລຸງສ້າງ
Related
More






