ກອງໜ້າຊາວ ອັງກິດ Harry Kane ພວມເປັນນັກແຕະບານໃຫ້ສະໂມສອນ Bayem Munich (ປະເທດ ເຢຍລະມັນ) ຍາດໄດ້ນາມມະຍົດໝາກບານຄຳ 2026ຢູ່ Gala ໝາກບານຄຳ 2026, ຈັດຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ (ຕາມເວລາ ຮ່າໂນ້ຍ), ຢູ່ ໂຮງລະຄອນ London Palladium, ປະເທດ ອັງກິດ. ກ່ອນໜ້ານັ້ນ, Harry Kane ຄ້ວາໄດ້ລາງວັນ Gerd Muller ທີ່ສະຫງວນໃຫ້ກອງໜ້າຊາຍດີ ທີສຸດໃນປີ 2026. ໃນປີຜ່ານມາ, Kane ຍິງໄດ້ 73 ປະຕູ ໃນການແຂ່ງຂັນ 65 ນັດໃຫ້ແກ່ສະໂມສອນ ແລະ ທິມຊາດບານເຕະ ອັງກິດ. ແບ່ງປັນໃນເວລາຮັບລາງວັນ, Harry Kane ໃຫ້ຮູ້ໄດ້ສະຫງວນເວລາສ່ວນຫຼາຍເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ໄດ້ປະກອບສ່ວນ ພາໃຫ້ລາວໄດ້ຮັບຜົນສຳເລັດ, ຄື: ບັນດານັກເຕະບານຢູ່ Bayem Munich, ທິມຊາດບານເຕະ ອັງກິດ, ສະໂມສອນ Tottenham ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພໍ່ແມ່, ເມຍ ພ້ອມກັບບັນດາສະມາຊິກໃນຄອບຄົວຂອງຕົນ.






